秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດເທດສະການສິລະປະວັດທະນະທຳຈີນ-ປອກຕຸຍການຄັ້ງທີ 3 ຢູ່ມາກາວ

2021-11-08 11:20:45 cri

ວັນ​ທີ 6 ຫາ​ວັນ​ທີ 7 ພະ​ຈິກ​ນີ້, ເທດ​ສະ​ການ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຈີນ-ປອກ​ຕຸຍ​ການ​ຄັ້ງ​ທີ 3 ພາຍ​ໃຕ້​ຫົວ​ຂໍ້ “ນັດ​ພົບ​ກັນ​ຢູ່​ມາ​ກາວ” ເຊິ່ງ​ພະ​ແນກວັດ​ທະ​ນະ​ທຳ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ເປັນ​ເຈົ້າ​ພາບ​ນັ້ນ ​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ກາ​ວ.

ໃນ​ໄລ​ຍະ​ຈັດ​ເທດ​ສະ​ການ​ດັ່ງ​ກ່າວ, ​ມີ​ການ​ສະ​ແດງ​ຟ້ອນ​ພື້ນ​ເມືອງຂອງ​ປອກ​ຕຸຍ​ການ, ເຕັ້ນ​ກາ​ໂປ​ເອ​ຣາ, ເຕັ້ນ​ແຊມ​ບາ ແລະ​ອື່ນໆ ເຊິ່ງ​​ໄດ້​ເຮັດ​ໃຫ້​ຊາວ​ເມືອງ​ມາ​ກາວ ແລະ​ນັກ​ທ່ອງ​ທ່ຽວ​ທັງຫຼາຍ ສາ​ມາດ​ສຳ​ຜັດ​ກັບ​ສະ​ເໜ່​ພິ​ເສດ​ຂອງ​ມາ​ກາວ ທີ່​ເຊື່ອມ​ສານ​ວັດ​ທະ​ນະ​ທຳ​ຕາ​ເວັນ​ຕົກ ແລະ​ວັດ​ທະ​ນະ​ທຳ​ຕາ​ເວັນ​ອອກເຂົ້າ​ກັນ​ໄດ້​ຢ່າງ​ກົມ​ກືນ.

ຄຳ​ເຫັນ

0