徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ແຮງ​ດຶງ​ດູດຢ່າງ​ແຂງ​ແຮງ​​ໃນດ້ານ​ການ​ບໍ​ລິ​ໂພກ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສຳ​ລັ​ບ​ທົ່ວໂລກ

2021-11-08 12:23:31 cri

 ຕາມ​ຂ່າວCRI: ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄຸນ​ນະ​ພາບສູງ​ເຊິ່ງ​ເປັນ​ກິດ​ຈະ​ກຳຍ່ອຍ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນຈີນ​ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພະ​ຈິກ​ນີ້, ແຂກ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ຂອງ​ຈີນ​ຈະ​ສະ​ໜອງສະ​ພາບ​ແວດ​ລ້ອມທີ່​ດີ​ໃຫ້ແກ່​ຍີ່​ຫໍ້ສິນ​ຄ້າ​ລະ​ດັບ​ສູງຂອງ​ສາ​ກົນ​ໃນ​ການ​ສ້າງ​ຫຼັກ​ປັກ​ການ​ຢູ່​ຈີນ, ຕະ​ຫຼາດ​ຂອງ​ຈີນ​ຈະ​ກາຍ​ເປັນ​ຕະ​ຫຼາດ​ທີ່​ມີ​ຄວາມ​ແຮງ​ດຶງ​ດູດ​ຢ່າງ​ແຂງ​ແຮງ​ໃນດ້ານ​ການ​ບໍ​ລິ​ໂພກ​ທີ່​ມີ​ຄຸນ​ນະ​ພາບ​ສູງສຳ​ລັບ​ທົ່ວ​ໂລກ.

 

  ນັບ​ແຕ່​ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້​ເກີດ​ຂຶ້ນ​ເປັນ​ຕົ້ນ​ມາ, ການ​ວາງ​ແຜນ​ທຸ​ລະ​ກິດ​ຍີ່​ຫໍ້​ສິນ​ຄ້າ​ສາ​ກົນ​ລະ​ດັບ​ສູງ​ຢູ່​ຈີນໄດ້​ມີ​ການ​ປ່ຽນ​ແປງ​ໃໝ່: ເຊັ່ນ: ການສ້າງ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ພາຍ​ໃນ​ປະ​ເທດ​ຈີນ, ໃນ​ປະ​ຫວັດ​ການ​ບໍ​ລິ​ໂພກ​ສິນ​ຄ້າ​ແຟ​ຊັນ​ຂອງ​ຈີນ​ໃນ​ປີ 2020 ​ລື່ນ​ກາຍ​ອາ​ເມ​ຣິ​ກາ​ເປັນ​ຄັ້ງ​ທຳ​ອິດ, ແລະ​ກາຍ​ເປັນ​ຕະ​ຫຼາດ​ການ​ບໍ​ລິ​ໂພກ​ສິນ​ຄ້າ​ແຟ​ຊັນ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ມາດ​ຕະ​ການ​​ຕ່າງໆ​ດ້ານການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າຂອງ​ຈີນ, ເຊັ່ນ: ການ​ຫຼຸດ​ອັດ​ຕາ​ພາ​ສີຢ່າງເປັນ​ເຈົ້າ​ການ, ໃນ​ເວ​ລາ​ເພີ່ມ​​ການ​ນຳ​ເຂົ້າ​ກໍ່ໄດ້​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຂົງ​ເຂດ​ຕ່າງໆຫຼາຍ​ຢ່າງ​ຕື່ມ​ອີກ, ຈີນ​ໄດ້ຕັ້ງ​ໜ້າ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເຂດ​ການ​ຄ້າ​ເສ​ລີ, ​ທັງ​ໄດ້ເຊື່ອມ​ຕໍ່​ລະ​ບຽບ​ການ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ຢ່າງ​ເປັນ​ເຈົ້າ​ການ.

ຄຳ​ເຫັນ

0