李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ​ຂອງ​ຈຸ​ນັກບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເຊີນ​ໂຈ່ວ​ 13 ໄດ້​ອອກ​ນອກ​ຍານ​ຢ່າງ​ສຳ​ເລັດ​ຜົນ

2021-11-08 11:28:33 cri

ຫ້ອງ​ການ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ໄດ້ແຈ້ງ​ຂ່າວ​ວ່າ, ເວ​ລາ 18 ໂມງ 51 ນາ​ທີຂອງ​ວັນ​ທີ 7 ພະ​ຈິກ​ນີ້ຕາມ​ເວ​ລາ​ປັກ​ກິ່ງ, ທ່ານ​ຈາຍ​ຈື້​ກ່າງ ນັກ​ບິນ​ອະ​ວະ​ກາດ​​ຈີນ ໄດ້​ເປີດ​ປະ​ຕູຍານເຊື່ອມ​ຕໍ່​ກັບ​ຫ້ອງ​ແກນ​ກາງທ່ຽນ​ເຮີ​ຢ່າງ​ສຳ​ເລັດ​ຜົນ, ​ເວ​ລາ 20 ໂມງ 28 ນາ​ທີ, ນັກ​ບິນ​ອະ​ວະ​ກາດ​​ຈີນ​ຄື​ທ່ານຈາຍ​ຈື້​ກ່າງ ແລະ ​ນາງວາງ​ຢ້າ​ພີງ ໄດ້​ນຸ່ງ​ຊຸດ​ນັກບິນ​ອະ​ວະ​ກາດສຳ​ລັບ​ອອກນອກ​ຍານ “ເຟີ່ຍ​ທ່ຽນ”ລຸ້ນ​ໃໝ່ ​ພາ​ກັນອອກ​ຈາກ​ຫ້ອງ​ເຊື່ອມ​ຕໍ່​ກັບ​ຫ້ອງ​ແກນ​ກາງ​ທ່ຽນ​ເຮີ​ຢ່າງ​ສຳ​ເລັດ​ຜົນ, ນາງ ວາງ​ຢ້າ​ພີງ ໄດ້​ກາຍ​ເປັນ​ນັກ​ບິນ​ອະ​ວະ​ກາດ​ເພດ​ຍິງ​​ຄົນ​ທຳ​ອິດ​ຂອງ​ຈີນທີ່ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ, ​ແລະ​ໄດ້​ຢ່ວງ​ບາດ​ກ້າວ​ທຳ​ອິດ​​ຢູ່ນອກ​ຍານອະ​ວະ​ກາດ. ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ​ທີ່​ຢູ່ນອກ​ຍານ​ອະ​ວະ​ກາດ​ຈະ​ປະ​ສານ​ສົມ​ທົບ​ກັນ ດຳ​ເນີນ​ວຽກ​ງານ​ຕ່າງໆ, ເຊັ່ນ: ການ​ຕິດ​ຕັ້ງ​ເຄື່ອງ​ອຸ​ປະ​ກອນ​ຕ່າງໆ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ແຂນ​ກົນ​ຈັກ, ການ​ທົດ​ລອງການ​ເຄື່ອນ​ໄຫວ​ຢູ່ນອກ​ຍານ ​ແລະ​ອື່ນໆ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ​ທ່ານ ເຢ້​ກວ່າງ​ຟູ້ ນັກ​ບິນ​ອະ​ວະ​ກາດອີກ​ທ່ານ​ໜຶ່ງ ເຊິ່ງ​ຢູ່​ໃນ​ຍານ ຈະ​ສົບ​ທົບ​ແລະ​​ໃຫ້​ການສະ​ໜັບ​ສະ​ໜູນ​ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ​ທີ່​ຢູ່ນອກ​ຍານ​ໃຫ້​ສາ​ມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່ນອກ​ຍານ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

ຄຳ​ເຫັນ

0