李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເດັກ​ນ້ອຍ 3.32 ລ້ານ​ຄົນ​ຂາດ​ທາດ​ບຳ​ລຸງ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ເຮັດ​ໃຫ້​ວິ​ກິດ​ການ​ຂາດ​ທາດ​ບຳ​ລຸງ​ຮ້າຍ​ແຮງ​ຂຶ້ນ

2021-11-08 15:05:39 cri

ວັນ​ທີ 7 ພະ​ຈິກ​ນີ້, ສື່ມວນ​ຊົນ​ອິນ​ເດຍ​ໄດ້ແຈ້ງ​ຂ່າວ​ວ່າ, ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງກະ​ຊ​ວງ​ພັດ​ທະ​ນາ​ແມ່ແລະ​ເດັກ​​ຂອງ​ອິນ​ເດຍສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ວັນ​ທີ 21 ຕຸ​ລາ​ນີ້, ອິນ​ເດຍ​ມີ​ເດັກ​ນ້ອຍ 3,32 ລ້ານ​ຄົນ​ຂາດ​ທາດ​ບຳ​ລຸງ, ໃນ​ນັ້ນ, ມີ​ເດັກ​ນ້ອຍ 1,77 ລ້ານຄົນ​ຂາດ​ທາດ​ບຳ​ລຸງ​ຢ່າງ​ໜັກ​ໜ່ວງ. ສະ​ພາບ​ການ​ຂາດ​ທາດ​ບຳ​ລຸງ​ຂອງ​ເດັກ​ນ້ອ​ຍຢູ່ລັດ​ມາ​ຮາ​ຣາ​ສ​ຕ​ຣາ, ລັດ​ບີ​ຮາ​ແລະ​ລັດ​ກູ​ຈາ​ຣັດ​ ໜັກ​ໜ່ວງກວ່າ​ໝູ່.

ກະ​ຊ​ວງ​ພັດ​ທະ​ນາ​ແມ່ແລະ​ເດັກຂອງ​ອິນ​ເດຍ​ຄາດ​ຄະ​ເນ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອາດ​ຈະ​ເຮັດ​ໃຫ້​ສະ​ພາບສຸ​ຂະ​ພາບ​ອ່ອນ​ເພຍແລະ​ເກີດວິ​ກິດ​ກາ​ນ​ຂາດ​ທາດ​ບຳ​ລຸງ​ຂອງ​ກຸ່ມ​ຄົນ​ທຸກ​ຍາກ​ທີ່​ສຸດ ຮ້າຍ​ແຮງ​ຂຶ້ນ​ຕື່ມ. ແຕ່​ເດືອນ​ພະ​ຈິກ​ປີ​ກາຍ​ນີ້​ມາ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້, ຈຳ​ນວນ​ເດັກ​ນ້ອຍ​ທີ່​ຂາດ​ທາດ​ບຳ​ລຸງ​ຢ່າງ​ໜັກ​ໜ່ວງ​​ຢູ່​ອິນ​ເດຍ ໄດ້​ເພີ່ມ​ຂຶ້ນ 91%.

ຄຳ​ເຫັນ

0