蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ສາ​ກົນ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ​ສອງ​ເຂັມແລ້ວ​ເຂົ້າ​ເມືອງ

2021-11-08 15:14:39 CRI

     ອາ​ເມ​ຣິ​ກາ​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ສາ​ກົນ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ​ສອງ​ເຂັມ​ແລ້ວ​ເຂົ້າ​ເມືອງ​ນັບ​ແຕ່​ວັນ​ທີ 8 ພະ​ຈິກນີ້​ເປັນ​ຕົ້ນ​ໄປ ໂດຍ​ຈະ​ຍົກ​ເລີ​ກ​ຂໍ້​ຫ້າມເຂົ້າ​ປະ​ເທດໂດຍສາຍ​ການ​ບິນ​ສຳ​ລັບຜູ້​ໂດຍ​ສານ​ທີ່​ມາ​ຈາກ 33 ປະ​ເທດ​ແລະ​ເຂດ​ແຄວ້ນເຊິ່ງ​ລວມ​ທັງປະ​ເທດ​ຈີນ ອິນ​ເດຍ ບຣາຊີນ ແລະ​ເຂດ​ສ່ວນ​ຫຼາຍ​ຂອງ​ເອີ​ຣົບ, ສຳ​ລັບ​ຜູ້​ໂດຍ​ສານສາ​ກົນ​ທີ່​ໄດ້​ສັກ​ວັກ​ຊີນໂຄວິດ-19 ຄົບ​ແລ້ວ​ຍັງຈະ​ສາ​ມາດ​ເຂົ້າ​ດິນ​ແດນ​ອາ​ເມ​ຣິ​ກາ​ຈາກ​ດ່ານ​ຊາຍ​ແດນ​ທາງ​ບົກ​ທີ່​ຕິດ​ກັບ​ກາ​ນາ​ດາ​ແລະ​ເມັກ​ຊິກ.

     ຂໍ້​ກຳ​ນົດ​ໃໝ່​ຮຽກ​ຮ້ອງ​ໃຫ້​ຜູ້​ໂດຍ​ສານ​ສາ​ກົນ​ແຈ້ງ​ໃບຢັ້ງ​ຢືນການ​ສັກ​ວັກ​ຊີນ​ໂຄ​ວິດ-19 ຄົບ​ສອງ​ເຂັມ​ແລ້ວ ແລະ​ໃບ​ຢັ້ງ​ຢືນ​ຜົນກວດ​ນິວ​ຄ​ລິ​ອິກ​ທີ່ເປັນ​ຜົນ​ລົບພາຍ​ໃນ 72 ຊົ່ວ​ໂມງ​ກ່ອນ​ຂຶ້ນ​ເຮືອ​ບິນ. ພະ​ນັກ​ງານ​ບໍ​ລິ​ສັດ​ການ​ບິນ​ຈະ​ດຳ​ເນີນ​ການກວດ​ກາໃບ​ຢັ້ງ​ຢືນທີ່​ກ່ຽວ​ຂ້ອງ​ດັ່ງ​ກ່າວ.

ຄຳ​ເຫັນ

0