李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນ​ຄ່າການ​ນຳ​ເຂົ້າ​ອາ​ຫານ​ຂອງ​ຈີນ​ໃນ 3 ໄຕ​ມາດຂອງ​ປີ​ນີ້ ໄດ້​ເພີ່ມ​ຂຶ້ນ 29,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້

2021-11-08 15:06:54 cri

ໃນ​ຖາ​ນະ​ທີ່​ເປັນ​ກິດ​ຈະ​ກຳ​ຍ່ອຍ​ຕົ້ນ​ຕໍ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4, ວັນ​ທີ 7 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຂອງ​ຂະ​ແໜງ​ການ​ການ​ນຳ​ເຂົ້າ​ອາ​ຫານ​ຂອງ​ຈີນ​ປີ 2021 ແລະ​ກອງ​ປະ​ຊຸມ​ອາ​ຫານ​ປະ​ເພດ​ຊີ້ນ​ສາ​ກົນ​ຈີນ​ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ.

“ບົດ​ລາຍ​ງານ​ຂະ​ແໜງ​ການ​​ການ​ນຳ​ເຂົ້າອາ​ຫານ​​ຂອງຈີນ​ປີ 2021” ທີ່​ປະ​ກາດ​ໃນ​ກອງ​ປະ​ຊຸມ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2020, ມູນ​ຄ່າ​ການ​ນຳ​ເຂົ້າ​ອາ​ຫານ​ຂອງ​ຈີນ​ໄດ້​​ຫຼາຍກວ່າຮ້ອຍ​ຕື້​ໂດ​ລາ​ສະ​ຫະ​ລັດ, ​ຄື: 107 ຕື້ 730 ລ້ານ​ໂດ​ລາ. ພາ​ສີສະ​ເລ່ຍ​ຂອງ​ສິນ​ຄ້າ​ກະ​ສິ​ກຳ​ນຳ​ເຂົ້າ​, ຈາກ 23,2% ໃນ 20 ປີ​ກ່ອນ ໄດ້ຫຼຸດ​ລົງ​ຮອດ 15,2% ໃນ​ປັດ​ຈຸ​ບັນ, ​ເຊິ່ງ​ເທົ່າ​ກັບ 1 ສ່ວນ 4 ຂອງ​ລະ​ດັບ​ພາ​ສີ​ສະ​ເລ່ຍ​ຂອງ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ໂລກ. ໃນ 3 ໄຕ​ມາດຂອງ​ປີ​ນີ້, ມູນ​ຄ່າ​ການ​ນຳ​ເຂົ້າ​​ອາ​ຫານຂອງ​ຈີນ​ແມ່ນ 101 ຕື້ 410 ລ້ານ​ໂດ​ລາ, ເພີ່​ມ​ຂຶ້ນ 29,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ບົດ​ລາຍ​ງານ​ດັ່ງ​ກ່າວ​ຄາດ​ຄະ​ເນ​ວ່າ, ຈັງ​ຫວະ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​​ການ​ນຳ​ເຂົ້າ​ອາ​ຫານ​ຂອງຈີນ​ໃນ​ໝົດ​ປີ​ນີ້ ຈະ​ຫຼາຍກວ່າ 20%.

ຄຳ​ເຫັນ

0