徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານ​ເຊື່ອມ​ສານ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ(ໜີງ​ໂບ)-ເອີ​ຣົບ​ຕາ​ເວັນ​ອອກ​ກາງ​ຢູ່​ນະ​ຄອນ​ຊຽງ​ໄຮ້

2021-11-08 12:22:45 cri

ຕາມ​ຂ່າວCRI:ເພື່ອຕອບ​ສະ​ໜອງ​ກັບ​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ເອີ​​ຣົບ​ຕາ​ເວັນ​ອອກ​ກາງ, ເປີດກວ້າງ​ການ​ນຳ​ເຂົ້າ​ຈາກ​ເອີ​ຣົບ​ຕາ​ເວັນ​ອອກ​ກາງ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ສິນ​ຄ້າ​ເອີ​ຣົບ​ຕາ​ເວັນ​ອອກ​ກາງ​ທີ່​ມີ​ຕໍ່ຕະ​ຫຼາດ​ຈີນ, ໃນ​ວັນ​ທີ 6 ພະ​ຈິກ​ນີ້, ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ນະ​ຄອນ​ໜິງ​ໂບ​ໄດ້​ຈັດ​ງານ​ເຊື່ອມ​ສານດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ (​ໜີງ​ໂບ່)-ເອີ​ຣົບ​ຕາ​ເວັນ​ອອກ​ກາງ​ຢູ່​ນະ​ຄອນ​ຊຽງ​ໄຮ້, ໄດ້​ເຊື້ອ​ເຊີນ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ທີ່​ສຳ​ຄັນ​ພາຍ​ໃນ​ປະ​ເທດ​​ຈີນ​ມາ​ແນະ​ນຳ​ຕົນ​ເອງ​ກັບ​ທີ່, ແລະ​ຈັດ​ຕັ້ງ​ໃຫ້​ນັກ​ທຸ​ລະ​ກິດ​ຝ່າຍຈັດ​ຊື້​ດຳ​ເນີນ​ການສົນ​ທະ​ນາ​ແບບ​ສອງ​ຕໍ່​ສອງກັບ​ນັກ​ທຸ​ລະ​ກິດ​ຂອງ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ກາງ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ.

 

​ການ​ຈັດ​ງານ​ເຊື່ອມ​ສານ​ຄັ້ງ​ນີ້​ໄດ້​ເຊື້ອ​ເຊີນ​ນັກ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ທັງ​ໝົດ 17 ແຫ່ງ​ທີ່​ມາ​ຈາກປະ​ເທດ​ເຊັກ, ແຊກ​ບີ,ໂປ​ໂລຍ, ຮົງ​ກາ​ຣີ​ແລະ​ປະ​ເທດ​ອື່ນໆ, ໄດ້​ຈັດ​ງານ​ສົນ​ທະ​ນາ​ກັນ​ແບບ​ສອງ​ຕໍ່​ສອງ 46 ຄັ້ງໃນ 5 ຮອບ, ໄດ້​ສ້າງ​ໂອ​ກາດ​ການ​ແລກ​ປ່ຽນ, ການ​ຮ່ວມ​ມື​ໃຫ້​ກັບ​ນັກ​ທຸ​ລະ​ກິດທີ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ແລະ​ນັກ​ທຸ​ລະ​ກິດຝ່າຍ​ຈັດ​ຊື້.

ຄຳ​ເຫັນ

0