蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ອງ​ໂອ​ລິມ​ປິກ​ຂອງ​ໂທ​ລະ​ພາບ CCTV ຈີນ​ໄດ້​ປົກ​ຫຸ້ມ 31 ແຂວງ​ທົ່ວ​ປະ​ເທດ​ຈີນ

2021-11-09 14:33:21 CRI

     ຊ່ອງ​ໂອ​ລິມ​ປິກ​ຂອງ​ໂທ​ລະ​ພາບ CCTV (CCTV-16) ທີ່​ຂຶ້ນ​ກັບ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ເຊິ່ງ​ເປັນ​ຊ່ອງ​ໂທ​ລະ​ພາບ​ທີ່​ໄດ້​ຮັບ​ສິດ​ຈາກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໃຫ້​ນຳ​ໃຊ້​ຊື່​ແລະ​ກາ​ໝາຍ​ໂອ​ລິມ​ປິກ​ພຽງ​ຊ່ອງ​ດຽວ​ຢູ່​ແຜ່ນ​ດິນ​ໃຫຍ່​ປະ​ເທດຈີນ ໄດ້​ເລີ່ມ​ອອກ​ອາ​ກາດ​ໃນ​ວັນ​ທີ 25 ຕຸ​ລານີ້, ຊ່ອງ​ດັ່ງ​ກ່າວ​ພ້ອມ​ທັງ​ສື່​ດິ​ຈິ​ຕອນ​ທີ່​ຢູ່​ໃນ​ສັງ​ກັດ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຢ່າງວ່ອງ​ໄວ.

ຊ່ອງ​ໂອ​ລິມ​ປິກ​ຂອງ​ໂທ​ລະ​ພາບ CCTV ຈີນ​ໄດ້​ປົກ​ຫຸ້ມ 31 ແຂວງ​ທົ່ວ​ປະ​ເທດ​ຈີນ_fororder_​cctv-16

     ຕາມ​ສະ​ຖິ​ຕິ, ຈຳ​ນວນ​ຜູ້​ຊົມ​ຊ່ອງ​ໂອ​ລິມ​ປິກ​ຕໍ່​ມື້​ໄດ້​ເພີ່ມ​ຂຶ້ນຈາກ 2,62 ລ້ານ​ຄົນ​ໃນ​ວັນ​ເລີ່ມ​ອອກ​ອາ​ກາດ​ຄື​ວັນ​ທີ 25 ຕຸ​ລາ​ແລ້ວນີ້ ເປັນ 11,06 ລ້ານ​ຄົນ​ໃນ​ວັນ​ທີ 6 ພະ​ຈິກນີ້, ເພີ່ມ​ຂຶ້ນ​ຫຼາຍກວ່າ 420%. ນັບ​ມາ​ຮອດ​ວັນ​ທີ 7 ພະ​ຈິກນີ້, ຈຳ​ນວນ​ຜູ້​ຊົມ​ທັງ​ໝົດ​ໄດ້​ມີຫຼາຍກວ່າ 56,43 ລ້ານ​ຄົນ. ຢູ່ 31 ແຂວງ(ເຂດ​ປົກ​ຄອງ​ຕົນ​ເອງ, ກຳ​ແພງ​ນະ​ຄອນ)ໃນ​ທົ່ວ​ປະ​ເທດ​ຈີນ, ລ້ວນ​ແຕ່​ສາ​ມາດ​ຮັບ​ຊົມ​ຊ່ອງ​ໂອ​ລິມ​ປິກ​ໄດ້​ແລ້ວ ເຊິ່ງ​ໄດ້​ປົກ​ຫຸ້ມ​ຜູ້​ຊົມ​ເກືອບ 300 ລ້ານ​ຄົນ.

ຄຳ​ເຫັນ

0