徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ APEC ຈັດ​ຂຶ້ນ​ຢູ່​ນິວ​ຊີ​ແລນ​ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ຄ້າ​ຫຼາຍ​ຝ່າຍ

2021-11-09 16:23:53 cri

ຕາມ​ຂ່າວCRI:ວັນ​ທີ 9 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື​ APEC ໄດ້​ຈັດ​ຂຶ້ນ​ຢູ່​ນູ​ແວນ​ເຊ​ລັງ​ເຊິ່ງກອງ​ປະ​ຊຸມຈະ​ດຳ​ເນີນໄປ​ເປັນ​ເວ​ລາ​ສອງວັນດ້ວຍ​ຮູບ​ແບບ​ຜ່ານ​ທາງ​ອອນ​ລາຍ, ໃນ​ກອງ​ປະ​ຊຸມຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອຟື້ນ​ຟູ​ເສ​ດ​ຖະ​ກິດ​ພາກ​ພື້ນໃຫ້​ໄວ​ຂຶ້ນ​ດ້ວຍ​ນະ​ໂຍ​ບາຍ​ການ​ຄ້າ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ມີການ​ຮ່ວມ​ມື​ຫຼາຍ​ຝ່າຍ​.

 

ໃນ​ເດືອນ​ມິ​ຖຸ​ນາ​ປີ 2021 ແລ້ວນີ້, ພາຍ​ຫຼັງ​ກອງ​ປະ​ຊຸມ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ປະ​ເທດສະ​ມາ​ຊິກ​ອົງ​ການ APEC ທາງ​ອອນ​ລາຍໄດ້​ສິ້ນ​ສຸດ​ລົງແລ້ວ, ຝ່າຍ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້ມີ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ, ການ​ຄ້າ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ແລະ​ການ​ຊຸກ​ຍູ້ການ​ຟື້​ນ​ຟູ​ເສດ​ຖະ​ກິດໃຫ້​ໄວ​ຂຶ້ນ. ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ຫຼາຍ​ສະ​ບັບ, ​ທັງ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານການ​ຄ້າ, ຊຸກ​ຍູ້​ການ​ຂົນ​ສົ່ງວັກ​ຊີນ​ແລະ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງຂ້າມ​ແດນ​ໃຫ້​ມີ​ຄວາມ​ສະ​ດວກ, ເພື່ອ​​ຕ້ານ​ພະ​ຍາດ​ໂຄວິດ-19, ແລະຊຸກ​ຍູ້​ການ​ຟື້ນ​ຟູ​​ເສດ​ຖະ​ກິດ.

 

 

ຄຳ​ເຫັນ

0