李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ຫຼາຍ​ປະ​ເທດ​ເຊັນ​ສັນ​ຍາກັບ​ທີ່​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 5

2021-11-09 14:42:51 cri

ວັນ​ທີ 7 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື “ແນວ​ຄິດ​ໃໝ່, ໂອ​ກາດ​ໃໝ່, ການ​ພັດ​ທະ​ນາ​ໃໝ່” ທີ່​ເປັນ​ກິດ​ຈະ​ກຳ​ຍ່ອຍ​ຂອງງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ.

ບຸກ​ຄົນ​ທີ່​ເຂົ້າ​ຮ່ວມ​​ເວ​ທີ​ປຶກ​ສາ​ຫາ​ລື​ກ່າວ​ວ່າ, ​ໃນປີ​ມໍ່ໆ​ມາ​ນີ້, ການ​ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ມາດ​ຕະ​ການ​ເປີດ​ປະ​ຕູ​ທີ່​ຕິດແທດ​ຕົວ​ຈິງ​ ​ໃນ​ຂອບ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ອື່ນໆ, ກຳ​ລັງ​ເຮັດ​ໃຫ້​ການ​ຄ້າ​ສາ​ກົນ​ພັດ​ທະ​ນາ​ໄວ​ຂຶ້ນ, ໄດ້​ນຳ​ເອົາ​ພະ​ລັງ​ໃໝ່ມາ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ວັນ​ທີ 8 ພະ​ຈິກ​ນີ້, ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ທີ່​ມາ​ຈາກ​ເຢຍ​ລະ​ມັນ, ອີ​ຕາ​ລີ, ຍີ່​ປຸ່ນ, ນູ​ແວນ​ເຊ​ລັງ​ແລະ​ປະ​ເທດ​ໃນ​ອາ​ຊີ, ເອີ​ຣົບ, ໂອ​ເສຍ​ນີ​ແລະ​ອື່ນໆ ໄດ້ເຊັນ​ສັນ​ຍາ​​ກັບ​ທີ່​ເພື່ອເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 5. ​ບັນ​ດາວິ​ສາ​ຫະ​ກິດ​ໄດ້​ເຊັນ​ສັນ​ຍາ​ໃນຫຼາຍ​ຂົງ​ເຂດ, ມີ​ທັງ​​ສັນ​ຍາ​ກ່ຽວ​ກັບ​ອາ​ຫານ​​ທີ່​ຕິດ​ແທດ​ແລະ​ໃກ້​ຊິດ​ກັບ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ມີ​ທັງ​ເຄື່ອງ​ຈັກ​ຂະ​ໜາດ​ໃຫຍ່. ນັກ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​​ເຊັນ​ສັນ​ຍາ​ໃໝ່ໄດ້​ມີ​ຄຳ​ເຫັນວ່າ, ມີ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ ເພື່ອ​ຂະ​ຫຍາຍ​ຕະ​ຫຼາດ​ການ​ຈຳ​ໜ່າຍ​ຢູ່​ປະ​ເທດ​ຈີນ​ແລະ​ແບ່ງ​ປັນ​ກາ​ລະ​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0