秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍໃນທຸກຮູບແບບ

2021-11-09 12:12:48 cri

ວັນ​ທີ 8 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ: ຈີນ​​ກ່າວ​ປະ​ນາມ​ຢ່າງ​ເດັດ​ດ່ຽວຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕິ​ລາ​ເບ​ຣີ ປະ​ເທດ​ນີ​ເຊ, ​ຂໍສະ​ແດງ​ຄວາມ​ໄວ້​ອາ​ໄລ​​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ດັ່ງ​ກ່າວ ພ້ອມ​ທັງ​ສະ​ແດ​ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຢູ່ເຂດ​ຕິ​ລາ​ເບ​ຣີ ປະ​ເທດ​ນີ​ເຊ ໄດ້​ເກີດ​ເຫດ​ການ ຫຼອນ​ໂຈມ​ຕີ​ແບບ​ກໍ່​ກາ​ນ​ຮ້າ​ຍ​ສອງ​ຄັ້ງ​ລຽນ​ຕິດ ເຊິ່ງ​ໄດ້ເຮັດ​ໃຫ້ 80 ກວ່າ​ຄົນ​ເສຍ​ຊີ​ວິດ.

ທ່ານ​ວ່າງ​ເວີນ​ປິ່ນ​ຊີ້​ອອກວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ກໍ່​ກາ​ນ​ຮ້າຍໃນທຸກ​ຮູບ​ແບບ, ​ຈີນຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ນີ​ເຊ ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ.

ຄຳ​ເຫັນ

0