秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວປະນາມເຫດການຫຼອນໂຈມຕີສຳນັກງານນາຍົກລັດຖະມົນຕີອີຣັກ

2021-11-09 15:52:01 cri

ວັນ​ທີ 8 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ: ຈີນ​ກ່າວ​ປະ​ນາມ​​ເຫດການຫຼອນ​ໂຈມ​ຕີ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ຂອງວັນ​ທີ 7 ພະ​ຈິກ​ນີ້, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທີ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ແບັກ​ແດັດ ໄດ້​ຖືກຫຼອນ​ໂຈມ​ຕີ​ຈາກ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ, ແຕ່​ທ່ານ​ມຸ​ສ​ຕາ​ຟາ ກາ​ເດ​ມີ, ນາ​ຍົກ​ລັດຖະ​ມົນ​ຕີ​​ຂອງລັດ​ຖະ​ບານ​ຮັກ​ສາ​ການ​ອີ​ຣັກ​ບໍ່​ໄດ້​ຮັບ​ບາດ​ເຈັບ.

ທ່ານ​ວ່າງ​ເວີນ​ປິ່ນກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ, ຂະ​ບວນ​ການ​ທາງ​ການ​ເມືອງ​​ຢູ່​ອີ​ຣັກ​ແມ່ນ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ, ຈີນ​ຫວັງ​ວ່າ ຝ່າຍ​ຕ່າງໆ​ຂອງ​ອີ​ຣັກ​ຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ກັນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ​​ສະ​ຖຽນ​ລະ​ພາບຂອງ​ຊາດ.

ຄຳ​ເຫັນ

0