徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະເປັນເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ປະ​ເທດ​ພາ​ຄີ​ໃນ “ສົນ​ທີ່​ສັ​ນ​ຍາວ່າ​ດ້ວຍ​ດິນ​ທາມ” ເປັນ​ຄັ້ງ​ທຳ​ອິດ

2021-11-09 16:23:12 cri

ຕາມ​ຂ່າວCRI: ນັກ​ຂ່າວ​ໄດ້​ຮັບ​ຊາບຂໍ້​ມູນ​ຈາກກອງ​ປະ​ຊຸມ​ໃຫຍ່​​ພິ​ເສດຂອງ​ປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ດິນ​ທາມ” ຄັ້ງ​ທີ 3 ທີ່​ໄດ້​ອັດ​ລົງ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ກອງ​ປະ​ຊຸມ​ໃຫຍ່​ປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ດິນ​ທາມ” ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍ​ປະ​ເທດ​ຈີນ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 29 ພະ​ຈິກ​ປີ 2022, ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​​ເຈົ້າ​ພາບ​ຈັດ​ກອງປະ​ຊຸມ​ສາ​ກົນ​ແບບ​ນີ້. ໃນ​ກອງ​ປະ​ຊຸມ, ຈະ​ປະ​ຕິ​ບັດຕາມ “ວາ​ລະ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດ​ປີ 2030 ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ”, ຈະພິ​ຈາ​ລະ​ນາກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຕາມ​ສົນ​ທິ​ສັນ​ຍາ​ແລະ​ເລື່ອງ​ທີ່​ສຳ​ຄັນ​ອື່ນໆ.

 

ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ມີ​ເຂດ​ດິນ​ທາມ​ທີ່​ສຳ​ຄັນ​ລະ​ດັບສາ​ກົນ 64 ແຫ່ງ(ລວມ​ທັງ 1 ແຫ່ງ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ), ​ມີ​ເຂດ​ດິນ​ທາມທີ່​ສຳ​ຄັນ​ລະ​ດັບ​ຊາດ 29 ແຫ່ງ, ເຂດ​​ສະ​ຫງວນ​ທຳ​ມະ​ຊາດ​ດິນ​ທາມ 602 ແຫ່ງ, ສວນ​ສາ​ທາ​ລະ​ນະ​ດິນ​ທາມ 1693 ແຫ່ງ, ພ້ອມ​ດຽວ​ກັນ​ນີ້, ລະ​ບົບ​ການ​ອະ​ນຸ​ລັກ​ດິນ​ທາມ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ, ​​ຊີ​ວະ​ພາບ​ຂອງ​ດິນ​ທາມ​ກໍ່​ມີ​ສະ​ພາບດີ​ໂດຍ​ສັງ​ລວມ.

ຄຳ​ເຫັນ

0