李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ຈີນ​ປະ​ຈຳ ສ​ປ​ຊ ກ່າວ​ວ່າ: ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ໂອບ​ເອື້ອ​ອາ​ລີ ແມ່ນ​ຊ່ອງ​ທາງ​ພື້ນ​ຖານ​ໃນ​ການ​ກຳ​ຈັດ​ແຫຼ່ງ​ກຳ​ເນີດ​ຂອງການ​ປະ​ທະ​ກັນ

2021-11-10 14:53:54 cri

ວັນ​ທີ 9 ພະ​ຈິກ​ນີ້, ໃນ​ກອງ​ປະ​ຊຸມອະ​ພິ​ປາຍ​ແບບ​ເປີດ​ເຜີຍ ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ຈຳ​ແນກ, ຄວາມ​ບໍ່​ສະ​ເໝີ​ພາບ​ແລະ​ການ​ປະ​ທະ​ກັນ​ໃນສັງ​ຄົມ” ຂອງ​​ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສ​ະ​ຫະ​ປະ​ຊາ​ຊ​າດ, ທ່ານ​ຈ່າງ​ຈຸ່ນ, ຜູ້​ແທນ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​, ໂດຍ​ເນັ້ນ​ໜັກ​ວ່າ, ການ​ບັນ​ລຸ​ການ​ພັດ​ທະ​ນາ​​ແບບ​ໂອບ​ເອື້ອ​ອາ​ລີທີ່​ທຸກ​ຄົນ​ຊົມ​ໃຊ້​ຮ່ວມ​ກັນ ແມ່ນ​ຊ່ອງ​ທາງ​ພື້ນ​ຖານ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ສະ​ເໝີ​ພາບ​ກັນ​ແລະ​​ກຳ​ຈັດ​ແຫຼ່ງ​ກຳ​ເນີດ​ຂອງການ​ປະ​ທະ​ກັນ.

ທ່ານ​ຈ່າງ​ຈຸ່ນ​ກ່າວ​ວ່າ, ໃນ​ຍຸກ​ສະ​ໄໝ​ແຫ່ງ​ການ​ຫັນ​ເປັນ​ໂລ​ກາ​ພິ​ວັດ, ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ​ຂອງ​ໂລກ ບໍ່​ຄວນ​ຕັ້ງ​ຢູ່​ບົນ​ພື້ນ​ຖານ ທີ່​ປະ​ເທດ​ຈຳ​ນວນ​ໜຶ່ງ​ນັບ​ມື້​ນັບ​ຮັ່ງ​ມີ​ຂຶ້ນ ແຕ່​ປະ​ເທດ​ອື່ນໆ​ພັດ​ຍັງ​ທຸກ​ຍາກ​ແລະ​ຫຼ້າ​ຫຼັງ​ເປັນ​ເວ​ລາ​ດົນ​ນານ. ມີ​ແຕ່​ກຳ​ຈັດ​ບັນ​ຫາ​ທີ່​ບໍ່​ສະ​ເໝີ​ພາບ​ກັນ, ບໍ່​ເຕັມ​ສ່ວນ​ແລະ​ບໍ່​ດຸ່ນ​ດ່ຽງ​ກັນ​ໃນ​ການ​ພັດ​ທະ​ນາ, ​ເຮັດ​ໃຫ້​ປະ​ເທດ​ຕ່າງໆບັນ​ລຸ​ການ​ພັດ​ທະ​ນາ​​ຮ່ວມ​ກັນ, ໂລກ​ຈຶ່ງ​ສາ​ມາດ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໄດ້. ຄວນ​ຖື​​ເອົາການ​ພັດ​ທະ​ນາ​ໄວ້​ຢູ່​ໃນ​ຖາ​ນະ​​ອັນພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື​ສາ​ກົນ, ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ເປີດ​ປະ​ຕູ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ບັນ​ລຸ​​ເປົ້າ​ໝາຍ​ຕາມວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດປີ 2030 ຂອງ​ ສ​ປ​ຊ ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0