徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

APEC ຄາດ​ຄະ​ເນ​ວ່າ​ໃນ​ປີ 2021 ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງສະ​ມາ​ຊິກ APEC ຈະບັນ​ລຸ 6%

2021-11-10 16:54:59 CRI

APEC ຄາດ​ຄະ​ເນ​ວ່າ​ໃນ​ປີ 2021 ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງສະ​ມາ​ຊິກ APEC ຈະບັນ​ລຸ 6%_fororder_9358d109b3de9c827c7dcd24f842e50318d84349

ຕາມ​ຂ່າວCRI:ວັນ​ທີ 8 ພະ​ຈິກ​ນີ້, ອົງ​ການ​​ຮ່ວມ​ມື​​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື APEC ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານການ​ວິ​ເຄາະ​ທ່ວງ​ທ່າການ​ພັດ​ທະ​ນາ​ດ້ານ​ເສ​ດກິດ​ສະ​ບັບ​ຫຼ້າ​ສຸດ​ໂດຍ, ຄາດ​ຄະ​ເນ​ວ່າ: ​ໃນ​ປີ 2021 ນີ້ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​​ຂອງສະ​ມ​າ​ຊິກ​ APEC ຈະບັນ​ລຸ 6%, ແຕ່​ວ່າ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ປີ 2022 ​ບັນ​ລຸ 4,9%. ອີງ​ຕາມ​ການ​ວິ​ເຄາະ​ທ່ວງ​ທ່າ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ອາ​ຊີ​ປາ​ຊີ​ຟິກ​ຫຼ້າ​ສຸດ, ພາຍ​ຫຼັງ​ເສດ​ຖະ​ກິດ​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ຫຼຸດ​ລົງ 3,7% ໃນ 6 ເດືອນ​ຕົ້ນ​ປີ 2020 ແລ້ວນີ້, ​ກໍ່​ໄດ້​ກັບ​ມາ​ເຕີບ​ໂຕ 8% ໃນ 6 ເດືອນ​ຕົ້ນ​ປີ 2021.

 

ບົດ​ລາຍ​ງານ​ໄດ້​ຊີ້​ອອກວ່າ, ຍ້ອນ​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​​ໂດຍ​ລວມ​ທີ່​ເສດ​ຖະ​ກິດ​ປີ 2020 ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ແລະ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດໄດ້​ຟື້​ນ​ຄືນ​ເປັນ​ກ້າວໆ. ໃນ 6 ເດືອນ​ຕົ້ນ​ປີ​ນີ້​ປະ​ລິ​ມານ​ການ​ຄ້າ​​ສິນ​ຄ້​າ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ຫຼາຍກວ່າ 10%. ຢາ​ປິ່ນ​ປົວ, ອຸ​ປະ​ກອນ​ໂທ​ລະ​ຄົມ, ຄອມ​ພິວ​ເຕີ​ແລະ​ການ​ຄ້າ​ ​ສິນ​ຄ້າ​ທີ່​ກ່ຽວ​ພັນ​ກັບ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໄດ້​ຮັກ​ສາການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.

ຄຳ​ເຫັນ

0