秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ແລະເອຢີບເຊັນສັນຍາການຮ່ວມມືດ້ານເສດຖະກິດ ແລະເຕັກໂນໂລຊີ

2021-11-10 11:50:46 cri

ວັນ​ທີ 7 ພະ​ຈິກ​ນີ້, ຈີນ ແລະ​ເອ​ຢີບ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ​ເຕັກ​ໂນ​ໂລ​ຊີ. ທ່ານ​ລ້ຽວ​ລີ້​ສຽງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເອ​ຢີບ ​ໄດ້ຕາງ​ໜ້າ​​ໃຫ້ລັດ​ຖະ​ບານ​ຈີນ ແລະ​ທ່ານນາງ​ຣາ​ເນຍ ອານ-ມາ​ຊາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຮ່ວມ​ມື​ສາ​ກົນ​​ຂອງເອ​ຢີບ ​ໄດ້ຕາງ​ໜ້າ​​ໃຫ້ລັດ​ຖະ​ບານ​ເອ​ຢີບ ລົງ​ນາມ​ໃນ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ.

ໃນ​ພິ​ທີ​ເຊັນ​ສັນ​ຍາ​ດັ່ງ​ກ່າວ, ທ່ານ​ລ້ຽວ​ລີ້​ສຽງ​ກ່າວ​ວ່າ: ຈີນ ແລະ​ເອ​ຢີບ ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຄົ​ມ​ມະ​ນາ​ຄົມ, ຂໍ້​ມູນ​ຂ່າວ​ສານ, ການ​ບິນ​​ອະ​ວະ​ກາດ ແລ​ະ​ອື່ນໆ​ ໃນ​ຂອບ​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ ແລະ​ຂອບ “ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ພ້ອມ​ທັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ເອ​ຢີບ ​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​​ການ​ເລັ່ງ​ລັດການ​​ຈັດ​ຕັ້ງປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​​ຊາຊາ​ດ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທົ່ວ​ໂລກ.

ທ່ານ​ນາງ ​​ຣາ​ເນຍ ອານ-ມາ​ຊາດ​ກ່າວ​ວ່າ: ເອ​ຢີບ​ຈະ​ຖອ​ດ​ຖອນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ, ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ຈາກ​ຈີນ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເອ​ຢີບ ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ເອ​ຢີບ.

ຄຳ​ເຫັນ

0