秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານຈະອອກແຮງຢ່າງສຸດຂີດເພື່ອພັດທະນາກຳລັງປ້ອງກັນປະເທດຂອງຕົນໂດຍບໍ່ຫົວຊານຳການຂວ້ຳບາດຈາກອາເມຣິກາ

2021-11-10 16:03:24 cri

ວັນ​ທີ 9 ພະ​ຈິກ​ນີ້, ທ່າ​ນ​ໂຮ​ເຊັນ ອາ​ເມີ-ອັບ​ໂດ​ນລາ​ຮຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ຈະ​ອອກ​ແຮງ​​ຢ່າງສຸດ​ຂີດ​ເພື່​ອ​ພັດ​ທະ​ນາ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ​ ໂດຍ​ບໍ່​ຫົວ​ຊານຳ​ການ​ຂວ້ຳ​ບາດ​ຈາກອາ​ເມ​ຣິ​ກາ.

ຕາມ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​​ໄດ້ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 9 ພະ​ຈິກ​ນີ້, ທ່ານອັບ​ໂດນ​ລາ​ຮຽນ ໄດ້​ສົນ​ທະ​ນາ​ກັບ​ທ່ານ​ຊອງ ອີ​ຟ ເລີ ດີ​ຢອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ ຜ່ານ​ທາງ​ໂທ​ລະ​ສັບ ໂດຍ​ກ່າວ​ວ່າ: ຄື​ກັນ​ກັບ​ປະ​ເທດ​ອື່ນໆ, ອີ​ຣານ​ມີ​ສິດ​ວາງ​ແຜນ​ການ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ນີ້​ເປັນ​ໜຶ່ງ​ໃນ​ສິດ​ອະ​ທິ​ປະ​ໄຕ. ອີ​ຣານ​ຈ​ະ​ບໍ່​ຫົວ​ຊາ​ນຳ “ນະ​ໂຍ​ບາຍ​ການ​ຂວ້ຳ​ບາດ​ທີ່​ບໍ່​ມີລັກ​ສະ​ນະ​ສ້າງ​ສັນ” ຂອງ​ອາ​ເມ​ຣິ​ກາ, ​ອີ​ຣານ​ຈະອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່​ອ​ພັດ​ທະ​ນາ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ. ການ​ຂວ້ຳ​ບາດຫຼ້າ​ສຸດ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ອີ​ຣານ ໄດ້​ສະ​ແດງ​ໃຫ້​ເຫັ​ນ​ວ່າ: ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖື​ຈາກ​ອີ​ຣານ.

ຄຳ​ເຫັນ

0