蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ 4 ຄັ້ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ຈີນ​ທີ່​ຢາກ​ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກັນ​ກັບ​ໂລກ

2021-11-10 11:12:39 CRI

ວັນ​ທີ 5 ພະ​ຈິກ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ທີ່​ວາງ​ສະ​ແດງ​ສິນ​ຄ້າ​​ທີ່​ນຳ​ເຂົ້າ​​ຊະ​ນິດ​ຕ່າງໆຈາກ​ຕ່າງ​ປະ​ເທດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​​ປະ​ເທດ​ຈີນ. ນັບ​ແຕ່​ຈີນ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໃນ​ປີ 2018 ເປັນ​ຕົ້ນ​ມາ, ງານ​ວາງ​ສະ​ແດງ​ລະ​ດັບ​ຊາດ​ທີ່​ຖື​ເອົາ​ການ​ນຳ​ເຂົ້າ​ເປັນ​​ຈຸດ​ສຳ​ຄັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ ໄດ້​ຈັດ​ຂຶ້ນ 4 ປີ​ລຽນ​ຕິດ​ແລ້ວ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ວິ​ສາ​ຫະ​ກິດເກືອບ 3.000 ແຫ່ງ​ຈາກ 127 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ, ຈຳ​ນວນ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ໃນ​ປີ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່. ໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ໃນ​ປີ​ນີ້, ມີ “ເພື່ອນ​ຮ່ວມ​ງານ​ເກົ່າ” ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໃນ​ທຸກ​ປີ ເຊັ່ນ: ທ່າ​ກຳ​ປັ່ນ​ແຮມ​ເບີກ, ບໍ​ລິ​ສັດ​ໂຣນ​ສະ​ຮອຍ ທີ່​ເປັນ​ບໍ​ລິ​ສັດ​​ຜະ​ລິດ​ເຄື່ອງ​ຈັກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເອີ​ຣົບ ແລະ ອື່ນໆ, ນອກ​ນີ້​ກໍ​ໄດ້​ມີ “ເພື່ອນ​ຮ່ວມ​ງານ​ໃໝ່” ເຊັ່ນ: ບໍ​ລິ​ສັດ​ອາເມຊອນ ທີ່​ເປັນ​ເວັບ​ໄຊ​ທຸ​ລະ​ກິດ​ເອກ​ເລັກ​ໂຕ​ນິກ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ​ນອກ​ນີ້, ຍັງ​ມີ​ວິ​ສາ​ຫະ​ກິດ​ 90 ແຫ່ງ​ຈາກ 33 ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ​ໄດ້​ເຂົ້າ​ການ​ວາງ​ສະ​ແດງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລກ.

ນັກ​ທຸ​ລະ​ກິດ​ຂາຍ​ຜ້າ​ພົມທີ່​ມາ​ຈາກ​ອັ​ຟ​ກາ​ນິ​ສະ​ຖານ​ກ່າວ​ວ່າ: ຂໍ​ແຕ່​ຕົນ​ຂາຍ​​ຜ້າ​ພົມ​ຂົນ​ແກະ​​ຜືນໃຫຍ່​ຜືນ​ໜຶ່ງ​ໄດ້, ກໍ​ຈະ​ເຮັດ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​​ຂອງ​ຄອບ​ຄົວ​ໜຶ່ງ​ທີ່​ທຳ​ມະ​ດາ​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ ທີ່​ໄດ້​ປະ​ສົບ​​ກັບເສິກ​ສົງ​ຄາ​ມ​ມາ​ເປັນ​ເວ​ລາຫຼາຍ​ປີ​ນັ້ນ ສາ​ມາດ​ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ໄດ້​ໜຶ່ງ​ປີ. “ຕະຫຼາດ​ຈີນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ຮູ້​ສຶກ​ມີ​ຄວາມ​ຫວັງ.” ຄຳ​ເວົ້າ​ຂອງ​ນັກ​ທຸ​ລະ​ກິດ​ທ່ານ​ນີ້​ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ທີ່​ໄດ້​ແບ່ງ​ປັນ​ອະ​ນາ​ຄົດ​ຮ່ວມ​ກັນ​ກັບ​ໂລກ.

​ຕະຫຼອດ​ໄລ​ຍະ 4 ປີ​ມາ​ນີ້, ຮູບ​ແບບ​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ກໍ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ, ການ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຕ່າງປະ​ເທດ​ໄດ້​​ໄດ້​ປ່ຽນ​ຮູບ​ແບບ​ຈາກ​ການ​ວາງ​ສະ​ແດງ​ກັບ​ທີ່ ຫຼືອັອ​ຟ​ລາຍ​ກາຍ​ມາ​ເປັນ​ການ​ວາງ​ສະ​ແດງ​ທາງ​ອອນ​ລາຍ, ໄດ້​ເພີ່ມ​ເຂດ​ວາງ​ສະ​ແດງ​ໃໝ່ ແລະ ຮູບ​ການ​ໃໝ່; ສະ​ພາບ​ແວດ​ລ້ອມ​ໃນ​ການ​ຈັດ​ງານ​ວາ​ງ​ສະ​ແດງ​ກໍ​ເກີດ​ມີ​ການ​ປ່​ຽນ​ແປງ, ​ເພາະ​ວ່າ​ຄວາມ​ບໍ່​ແນ່ນອນ​ຂອງສະ​ພາບ​ແວດ​ລ້ອມ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ຂ້ຽວ​ຂາດ​ຄື​ເກົ່າ, ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ໄດ້​ເງີຍ​ຫົວ​ຂຶ້ນ​ມາ​ອີກ,ໂສມໜ້າ​ຕ່າ​ງໆ​ຂອງ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ, ເພື່ອນ​ໃໝ່​ຕ່າງໆ​ໄດ້​ພາ​ກັນ​ມາ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ. ແຕ່​ວ່າ: ອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່ຢາກ​ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກັນ​ກັບ​ໂລກ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ບໍ່​​ປ່ຽນ​ແປງ​ຈັກ​ເທື່ອ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ແລະ ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ ແລະ ​ໄດ້​ຮັບຄວາມ​ເຄົາ​ລົບ​ຈາກ​ນັກ​ທຸ​ລະ​ກິດ​ບັນ​ດາ​ປະ​ເທດ. ​ຍົກຕົວ​ຢ່າງ​ຄື: ເຖິງວ່າ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ເກີດ​​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ກໍ​ຕາມ, ແຕ່​ກໍ​ຍັງ​ມີ​ວິ​ສາ​ຫະ​ກິດ ແລະ ຄະ​ນະ​ນັກ​ທຸ​ລະ​ກິດ​ປະ​ມານ 200 ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໃນ​ປີ​ນີ້ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູ​ງ​ສຸດ.

ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ປີ​ພິ​ເສດແບບ​ນີ້, ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ຕ່າງໆ ໃນ​ດ້ານ​ການ​ຈັດ​ຊື້​ສາ​ກົນ, ສົ່ງ​ເສີມ​ການ​ລົງ​ທຶນ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຈະ​ເພີ່ມ​ຄວາມ​ແນ່ນອນ ແລະ ພະ​ລັງ​ທາງບວກຫຼາຍກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0