ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 8 ພະຈິກນີ້, ໄດ້ຈັດພິທີໄຂເວທີປຶກສາຫາລືຂັ້ນສູງກ່ຽວກັບການຕັດສິນຄະດີສາກົນນະຄອນຊຽງໄຮຄັ້ງທີ 3 ກໍ່ຄື ສັບປະດາຕັດສິນຄະດີນະຄອນຊຽງໄຮປີ 2021. ຕາມ “ບົດລາຍງານກ່ຽວກັບການສຳຫຼວດການຕັດສິນຄະດີສາກົນປີ 2021” ສະແດງໃຫ້ເຫັນວ່າ, ນະຄອນຊຽງໄຮກາຍເປັນໜຶ່ງໃນ 10 ແຫ່ງທີ່ຕັດສິນຄະດີສາກົນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກເປັນຄັ້ງທຳອິດ, ເຊິ່ງຢູ່ໃນອັນດັບທີ 8 ຂອງໂລກຈາກການຈັດອັນດັບໂລກ.
ຄຽງຄູ່ກັບການພັດທະນາດ້ານການຄ້າສາກົນ, ສຳລັບຄວາມຂັດແຍ່ງທີ່ເກີດຂຶ້ນໃນຂະບວນການເຮັດທຸລະກິດການຄ້າ, ການຕັດສິນຄະດີສາກົນ ໄດ້ກາຍເປັນວິທີແລະຊ່ອງທາງທີ່ສຳຄັນ ໃນການແກ້ໄຂຄວາມຂັດແຍ້ງດ້ານການຄ້າສາກົນ. ການຕັດສິນຄະດີແມ່ນຝ່າຍທີ່ກ່ຽວຂ້ອງທັງສອງຝ່າຍເລືອກຝ່າຍທີສາມເປັນຜູ້ຕັດສິນຄະດີຢ່າງເປັນອິດສະຫຼະ, ເຂດທີ່ໃຊ້ໃນການຕັດສິນນັ້ນ ສ່ວນຫຼາຍແມ່ນເຂດທີ່ມີຄວາມໜ້າເຊື່ອຖືອ່າວສູງໃນສາກົນ. ນັບແຕ່ປີ 2019 ເປັນຕົ້ນມາ, ວຽກງານຕັດສິນຄະດີຂອງນະຄອນຊຽງໄຮໄດ້ມີທ່ວງທ່າເພີ່ມຂຶ້ນຢ່າງສູງ, ສານນະຄອນຊຽງໄຮ ໄດ້ຕັດສິນຄະດີພາຍໃນສອງປີເຄິ່ງມີທັງໝົດ 16.400 ຄະດີ.
ຄຳເຫັນ
0