蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ແມ່ນ​​ປະ​ເທດ​ທີ່ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖືດ້ານ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ “ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ”ລົ້ມ​ເຫຼວມາ​ແຕ່​ດົນ​ແລ້ວ

2021-11-10 14:08:31 CRI

     ຕາມ​ຂ່າວ​ແຈ້ງວ່າ: ຫວ່າງ​ກ່ອນນີ້ບໍ່​ດົນ, ຜູ້​ນຳ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍໄດ້​ຕຳ​ນິ​ຕິ​ຕຽນສະ​ພາບ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງຫຼາຍ​ປະ​ເທດແລະ​ເຂດ​ແຄວ້ນ, ໃນ​ນັ້ນ​ຍັງໄດ້​ກ່າວ​ເຖິງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ.

     ວັນທີ 9 ພະ​ຈິກນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ໄດ້​ໂຄ​ສະ​ນາ​ການ​ກະ​ທຳ​ຜິດ​ດ້ວຍ​ການໃຊ້​ຄວາມ​ຮຸນ​ແຮງ​ທຳ​ຮ້າຍ​ປະ​ຊາ​ຊົນ​ຮົງ​ກົງ​ແລະ​ທຳ​ລາຍ​ສິ່ງ​ກໍ່​ສ້າງ​ສາ​ທາ​ລະ​ນະ​ນັ້ນ​ເປັນ“​ພາບ​ປະ​ຊາ​ທິ​ປະ​ໄຕ​ທີ່​ສວຍ​ງາມ”, ​ກົງ​ກັນ​ຂ້າມພັດ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ອົງ​ກາ​ນ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ທີ່​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມຢູ່​ຮົງ​ກົງ​ຕາມ​ກົດ​ໝາຍນັ້ນ​ວ່າ​ເປັນ​ການ​ລະ​ເມີດສິດ​ທິ​ມະ​ນຸດ​ແລະ​ເສ​ລີ​ພາບ. ອາ​ເມ​ຣິ​ກາ​ໄດ້​ນຳ​ໃຊ້​ສິດ​ທິ​ມະ​ນຸດ ປະ​ຊາ​ທິ​ປະ​ໄຕ​ເປັນຂໍ້​ອ້າງ​ໃຫ້​ກັບຕົນ​ໃນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ແລະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ແຕ່​ວ່າ, ​ສະ​ພາບ​ການຈາກ​ອີ​ຣັກຈົນ​ຮອດ​ຊີ​ຣີ ແລະ​ອັ​ຟ​ກາ​ນິ​ສະ​ຖານ, ຄວາມ​ຈິງ​ໄດ້ພິ​ສູດ​ໃຫ້​ເຫັນ​ອີກ​ແລ້ວອີກ​ຕື່ມ​ວ່າ: ອາ​ເມ​ຣິ​ກາ​ໝົດ​ຄວາມ​ສາ​ມາດ​ເພື່ອ​ໂຄ​ສະ​ນາ​ຊວນ​ເຊື່ອປະ​ຊາ​ທິ​ປະ​ໄຕ​ແລະຄ່າ​ນິ​ຍົມແບບ​ອາ​ເມ​ຣິ​ກາຕໍ່​ພາຍນອກ, ແຕ່​ສິ່ງ​ທີ່​ອາ​ເມ​ຣິ​ການຳ​ມາ​ໃຫ້​ໂລກນັ້ນ ບໍ່​ແມ່ນ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ແຕ່​ແມ່ນ​ຄວາມ​ປັ່ນ​ປ່ວນວຸ້ນ​ວາຍ​ແລະ​ໄພ​ພິ​ບັດ. ອາ​ເມ​ຣິ​ກາ​ແມ່ນ​​ປະ​ເທດ​ທີ່ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖືດ້ານ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ, “ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ”ລົ້ມ​ເຫຼວມາ​ແຕ່​ດົນ​ແລ້ວ.

ຄຳ​ເຫັນ

0