李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ ສົ່ງ​ສານອວຍ​ພອນ​ໄປ​ຍັງ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​​ວັນ​ຊາດກຳ​ປູ​ເຈຍ​ຄົບ​ຮອບ 68 ປີ

2021-11-10 11:08:27 ​cri

 

ວັນ​ທີ 9 ພະ​ຈິກ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້ສົ່ງ​​ສານອວຍ​ພອນ​ໄປ​ຍັງ​ ​ເຈົ້າ​ຊີ​ວິດ ໂນ​ໂຣ​ດົມ ສີ​ຫາ​ມຸ​ນີ ແຫ່ງ ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ກຳ​ປູ​ເຈຍ ​ຄົບ​ຮອບ 68 ປີ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວວ່າ, ປັດ​ຈຸ​ບັນ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ກຳ​ປູ​ເຈຍ​​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ກ້າວໆ, ເສດ​ຖະ​ກິດ​ສັງ​ຄົມ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຄ່ອຍໆ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ເປັນ​ປົກ​ກະ​ຕິ. ເຊື່ອ​ວ່າ, ປະ​ຊາ​ຊົນ​ກຳ​ປູ​ເຈຍ ຈະ​ສາ​ມາດເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຢ່າງ​ແນ່ນອນ, ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ. ຂ້າ​ພະ​ເຈົ້າ​​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍ​, ຍິນ​ດີ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ເຈົ້າ​ຊີ​ວິດ​ໂນ​ໂຣ​ດົມ ສີ​ຫາ​ມຸ​ນີ, ​ສົ່ງເສີມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສ​ອງ​ປ​ະ​ເທດ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ, ຕັ້ງ​ໜ້າ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0