徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າສະ​ມາ​ຊິກ​ລັດ​ຖະ​ສະ​ພາອາ​ເມ​ຣິ​ກາ​​ຢ້ຽມ​ຢາມ​ໄຕ້​ຫວັນ ແມ່ນ​ການ​ຫຼິ້ນ​ກັບ​ໄຟ​ຮ່ວມ​ກັບ​ກຸ່ມ​ແບ່ງ​ແຍກ“ໄຕ້​ຫວັນ​ເປັນເອ​ກະ​ລາດ”ຈະ​ເຮັດ​ໃຫ້ຕົນ​ເອງ​ຖືກ​ໄຟ​ໄໝ້​ຢ່າງ​ແນ່ນອນ

2021-11-11 15:31:43 cri

ຈີນ​ກ່າວ​ວ່າສະ​ມາ​ຊິກ​ລັດ​ຖະ​ສະ​ພາອາ​ເມ​ຣິ​ກາ​​ຢ້ຽມ​ຢາມ​ໄຕ້​ຫວັນ ແມ່ນ​ການ​ຫຼິ້ນ​ກັບ​ໄຟ​ຮ່ວມ​ກັບ​ກຸ່ມ​ແບ່ງ​ແຍກ“ໄຕ້​ຫວັນ​ເປັນເອ​ກະ​ລາດ”ຈະ​ເຮັດ​ໃຫ້ຕົນ​ເອງ​ຖືກ​ໄຟ​ໄໝ້​ຢ່າງ​ແນ່ນອນ_fororder_下载

   ຕາມ​ຂ່າວCRI:ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ​ສະ​ມາ​ຊິກ​ລັດ​ຖະ​ບານສະ​ພາ​​ອາ​ເມ​ຣິ​ກາ​ໄດ້​ເລັດ​ລອດ​ຢ້ຽມ​ຢາມ​ໄຕ້​ຫວັນ, ທ່ານ​ວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຊີ້​ອອກ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພະ​ຈິກ​ນີ້​ວ່າ, ຈີນ​ເຕືອນ​ໃຫ້​ສະ​ມາ​ຊິກ​​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ທີ່​ກ່ຽວ​ຂ້ອງຮັບ​ຮູ້​ແລະ​ເຂົ້າ​ໃຈ​ສະ​ພາບ​ການ​ຢ່າງ​ຈະ​ແຈ້ງ, ການ​ຫຼິ້ນ​​ກັບ​ໄຟ​ຮ່ວມ​ກັບ​ກຳ​ລັງ​ແບ່ງ​ແຍກ “ໄຕ້​ຫວັນເປັນ​ເອ​ກະ​ລາດ”ຈະ​ເຮັດ​ໃຫ້​ຕົນ​ເອງ​ຖືກໄຟ​ໄໝ້​ຢ່າງ​ແນ່ນອນ.

 

   ທ່ານ​ວ່າງ​ເວີນ​ປີ່ນ​ກ່າວ​ເນັ້ນ​ວ່າ, ​ການ​ເດີນ​ທາງ​ຢ້ຽມ​ຢາມ​ໄຕ້​ຫວັນ​ຂອງສະ​ມາ​ຊິກລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ທີ່​ກ່ຽວ​ຂ້ອງ​​ໄດ້​ຝ່າ​ຝືນ​ຫຼັກ​ກາ​ນ​ປະ​ເທດ​ຈີນ​ດຽວ​ແລະ​ເອ​ກະ​ສານ​ຂອງ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາຢ່າ​ງ​ຮ້າຍ​ແຮງ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ກັບເລື່ອງ​ນີ້, ​ຈີນ​ໄດ້​ກ່າວ​ປະ​ທ້ວງ​ອາ​ເມ​ຣິ​ກາຢ່າງ​ເຄັ່ງ​ຂຶມ, ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ເຊົາ​ການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ລັດ​ຖະ​ການ​ໃນ​ທຸກ​ຮູ້​ແບບ​ກັບ​ໄຕ້​ຫວັນ, ບໍ່​ສົ່ງ​ສັນ​ຍານ​ທີ່​ພິດ​ພາດ​ໃດໆໃຫ້​ກັບ​ອິດ​ທິກຳ​ລັງ​ແບ່ງ​ແຍກ “ໄຕ້​ຫວັນ​ເປັນເອ​ກະ​ລາດ”, ເພື່ອຫຼີກ​ເວັ້ນ​ການທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ກໍ​ຄື​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ຢ່າງ​ຮຸນ​ແຮງ.

ຄຳ​ເຫັນ

0