徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ຈີນ​ບໍ່​ພຽງ​ແຕ່​ເວົ້າ​ເທົ່າ​ນັ້ນ​ຍັງ​ປະ​ຕິ​ບັດ

2021-11-11 15:30:52 cri

​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ຈີນ​ບໍ່​ພຽງ​ແຕ່​ເວົ້າ​ເທົ່າ​ນັ້ນ​ຍັງ​ປະ​ຕິ​ບັດ_fororder_1000

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້ພິມ “ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປ້ອງ​ກັນ​ແລະປົວ​ແປງ​ການ​ມົນ​ລະ​ພິດ”. “ຄວາມ​ເຫັນ”ໄດ້​ສະ​ເໜີ​ອອກວ່າ: ​ເມື່ອ​ຮອດ​ປີ 2025 ກາ​ນ​ປ່ອຍ​ກາກບອນ​ດີ​ອົກ​ຊິດຕໍ່​ຫົວ​ໜ່ວຍຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ໃຫ້ຫຼຸດ​ລົງ 18% ເມື່ອ​ທຽບ​ກັບ​ປີ 2020, ຄວາມ​ຂຸ້ນ​ຂອງ​​ຝຸ່ນ​ລະ​ອອງ​ໃນ​ອາ​ກາດ​ຫຼື PM2.5 ໃນ​ຕົວ​ເມືອງໃຫ້​ຫຼຸດ​ລົງ 10%, ​ອັດ​ຕາ​ສ່ວນ​ຂອງຈຳ​ນວນ​ວັນ​ທີ່​ມີ​ຄຸນ​ນະ​ພາບ​ອາ​ກາດ​ດີໃຫ້​ບັນ​ລຸ 87,5%, ແລະ​ເມືອ​ຮອດ​ປີ 2035 ພາຍ​ຫຼັງ​ການ​ປ່ອຍກາກບອນ​ດີ​ອົກ​ຊິດ​ເຖິງລະ​ດັບ​ສູງ​ສຸດ​ແລ້ວ​ຕ້ອງ​ເຮັດ​ໃຫ້​ການ​ປອດ​ການ​ປອຍ​ກາກບອນ​ດີ​ອົກ​ຊິດ​ຫຼຸດ​ລົງ​ຢ່າງ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະຕາມ​ເປົ້າ​ໝາຍ​ຕົ້ນ​ຕໍ​ຕ່າງໆ.

   ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ຫວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ໃນ​ກອງ​ປະ​ຊຸມ​ຂ່າວປະ​ສຳ​ວ່າ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ບໍ່​ພຽງ​ແຕ່​ເວົ້າເທົ່າ​ນັ້ນ, ຍັງໄດ້​ປະ​ຕິ​ບັດຕົວ​ຈິງ; ບໍ່​ພຽງ​ແຕ່​ໄດ້​ກຳ​ນົດ​ເປົ້າ​ໝາຍ, ຍັງໄດ້​ກຳ​ນົດ​ຕາ​ຕະ​ລາງວຽກ​ງານ​ແລະແຜນ​ການ​ຢ່າງ​ລະ​ອຽດ. ການ​ພິມ​ “ຄວາມ​ເຫັນ” ​ດັ່ງ​ກ່າວ, ໄດ້​ສະ​ແດງ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ແລະ​ການ​ກະ​ທຳ​ອັນ​ແຂງ​ແຮງ​ຂອງ​ຈີນ​ທີ່​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ວາງ​ໄວ້​ໃນ​ດ້ານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ທົ່ວ​ໂລກ.

 

 

ຄຳ​ເຫັນ

0