李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງກ່າວ​ວ່າ: ຈີນ​ເລີ່ມ​ຕົ້ນ​ໄລ​ຍະ​ທາງ​ໃໝ່​ແຫ່ງ​ການ​ສ້າງ​​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​​ຮອບ​ດ້ານ, ຈະ​ນຳ​ເອົາ​ໂອ​ກາດອັນ​ໃຫຍ່​ຫຼວງກວ່າ​ເກົ່າ​​ມາ​ໃຫ້​ກັບພາ​ກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ

2021-11-11 15:02:36 cri

ວັນ​ທີ 11 ພະ​ຈິກ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​​ການເຊື້ອ​ເຊີນ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ ໃນ​ກອງ​ປະ​ຊຸມ​ສຸດຍອດ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ ​ຜ່ານ​ທາງ​ວິ​ດີ​ໂອ ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈີ້ນ​ຜິງ​​ກ່າວວ່າ, ​ເປັນ​ເວ​ລາ​​ດົນນານ​ມາ​ແລ້ວ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ ​ໄດ້​ເຊື່ອມ​ໂຍງ​ແລະ​ໄປຄຽງ​ຄູ່​ກັນ​ກັບ​ ຂະ​ບວນ​ການ​ແຫ່ງການ​ຮ່ວມ​ມື​​ຂອງພາກ​ພື້ນ​ອາ​ຊີ​ປາ​ຊິກ​ຟິກ​ມາ​ໂດຍ​ຕະ​ຫຼອດ. ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ສັງ​ຄົມ​​ທີ່ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ຕາມ​ເວ​ລາ​ກຳ​ນົດ, ໄດ້​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ​ທີ່​ເປັນ​ບັນ​ຫາ​ປະ​ຫວັດ​ສາດ, ແລະ​ໄດ້ເລີ່ມ​ຕົ້ນ​ໄລ​ຍະ​ທາງ​ໃໝ່​ແຫ່ງ​ການ​ສ້າງ​​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ຫັນ​ເປັນ​ທັນ​ສະ​ໄໝ​​ຮອບ​ດ້ານ. ​ສິ່ງນີ້​ຈະ​ອຳ​ນວຍ​ໂອ​ກາດ​​ອັນໃຫຍ່ຫຼວງກວ່າ​ເກົ່າ​ໃຫ້​ກັບ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ. ຈີນ​ຈະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ, ຊຸກ​ຍູ້​ການ​​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​​ຢ່າງຮອບ​ດ້ານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ອາ​ຊີ​ປາ​ຊິ​ຟິກ​ກໍ່​ຄື​ທົ່ວ​ໂລກ, ສຸມ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ.

ຄຳ​ເຫັນ

0