李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ວ່າ: ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ບໍ່​ສາ​ມາດ​ແລະ​ກໍ່​ບໍ່​ຄວນ​ກັບ​ຄືນ​ໄປສູ່​ສະ​ພາບ​ການ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ແລະ​ແບ່ງ​ແຍກກັນ​ຄື​ກັບ​ໄລ​ຍະ​ສົງ​ຄາມ​ເຢັນ

2021-11-11 15:01:36 cri

ວັນ​ທີ 11 ພະ​ຈິກ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ ໃນ​ກອງ​ປະ​ຊຸມ​ສຸດຍອດ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິ​ຟິກ ​ຜ່ານ​ທາງ​ວິ​ດີ​ໂອ ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່າ​ນ​ສີ​ຈີ້ນ​ຜິງ​ ຊີ້​ອອກວ່າ, ຝ່າຍ​ຕ່າງໆ​ຄວນ​ເປີດ​​ໃຈ​ໃຫ້​ກວ້າງ, ກຳ​ແໜ້ນ​ທ່ວງ​ທ່າ​ພື້ນ​ຖານ​, ຕັ້ງ​ໜ້າ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ເປັນ​ເສ​ລີ​ແລະ​ສະ​ດວກ​ສະ​ບາຍ, ຮັກ​ສາ​ໃຫ້​ຕ່ອງ​ໂສ້​ການ​ຜະ​ລິດ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ໂລ່ງ​ລ່ຽນ, ຊຸກ​ຍູ້​ໃຫ້​ຊັບ​ພະ​ຍາ​ກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ລະ​ບຽບ​ຮຽ​ບ​ຮ້ອຍ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຟື້ນ​ຄືນ, ບັນ​ລຸ​ກາ​ນ​ພັດ​ທະ​ນາ​ແບບ​ປະ​ສານ​ສົມ​ທົບ​ກັນ. ຕ້ອງ​ຍຶດ​ໝັ້ນ​ການ​ເບິ່ງ​ໄປ​ໃນ​ອະ​ນາ​ຄົດ, ເດີນ​ໄປ​ກ້າວ​ໜ້າ, ຄັດ​ຄ້ານ​ການ​ກະ​ທຳ​ທີ່​ມີ​ລັກ​ສະ​ນະ​ຈຳ​ແນກ​ແລະ​ເປັນ​ປໍ​ລະ​ປັກ​ກັນ. ການ​ຈຳ​ແນກ​ດ້ວຍ​ຮູບ​ຖານ​ຈິດ​ສຳ​ນຶກ, ​ການ​ສ້າງ​ກຸ່ມ​ກ້ອນ​ການ​ເມືອງ​ພາກ​ພື້ນ, ​ບໍ່​ຫ່ອນ​ຈະ​ເຫັນ​ມີ​ທາງ​ອອກ​ໃນ​ທີ່​ສຸດ. ພາ​ກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ ບໍ່​ສາ​ມາດ​ແລະ​ກໍ່​ບໍ່​ຄວນ​ກັບ​ຄືນ​ໄປ​ສູ່​ສະ​ພາບ​ການ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ແລະ​ແບ່ງ​ແຍກ​​ກັນ​ຄື​ກັບໄລ​ຍະ​ສົງ​ຄາມ​ເຢັນ.

ຄຳ​ເຫັນ

0