徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ເມ​ຣິ​ກາ​ໄດ້​ອອກຄຳ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ

2021-11-11 15:29:58 cri

ຈີນ-ອາ​ເມ​ຣິ​ກາ​ໄດ້​ອອກຄຳ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ_fororder_6D151C5A87855E101658FA0B9BE017F8ED5A4424_size133_w600_h400

 

ຕາມ​ຂ່າວCRI:ວັນ​ທີ 10 ພະ​ຈິກ​ນີ້, ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​​ປະ​ເທດ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ອອກ​ “ຖະ​ແຫຼງ​ການ​ຮ່ວມກຼາ​ສ​ໂກກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ​ໃນ​ຊຸມ​ປີ 20 ຂອງສັດ​ຕະ​ວັດ​ທີ 21 ລ​ະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ”. ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ວຽກ​ງານ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ສອງ​ຝ່າຍໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ພະ​ຍາ​ຍາມ​ຮ່ວມ​ກັນ, ແລະ​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ, ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ຕາມ “ສົນ​ທິ​ສັນ​ຍາປາ​ຣີ”. ເພີ່ມ​ທະ​ວີການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ, ຮັບ​ມື​ກັບ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນບົນ​ພື້ນ​ຖານ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແຕ່​ມີ​ພັນ​ທະ​ທີ່​ຕ່າງ​ກັນ, ປະ​ຕິ​ບັດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ແລະ​​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອ​ງ​ປະ​ເທດຕົນ, ສອງ​ຝ່າຍ​ຕົກ​ລົງ​ສ້າງ​ຕັ້ງ “ໜ່ວຍ​ງານ​ການເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃນ​ຊຸມ​ປີ 20  ຂອງສັດ​ຕະ​ວັດ​ທີ 21”, ເພື່ອ​ເລັ່ງ​ລັດ​ຂະ​ບວນ​ການ​ການ​ຮ່ວມ​ມື​​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ຫຼາຍ​ຝ່າຍ.

ຄຳ​ເຫັນ

0