刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19

2021-11-11 18:43:34 cri

ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ

ສູນກາງພັກກອມມູນິດຈີນສະໄໝທີ 19

(ຜ່ານໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການ

ສູນກາງພັກກອມມູນິດຈີນສະໄໝທີ 19 ເມື່ອວັນທີ 11 ພະຈິກ 2021)

 

    ວັນທີ 11 ພະຈິກນີ້, ຂ່າວສານຊິ່ນຮວາລາຍງານວ່າ: ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນ ວັນທີ 8—11 ພະຈິກ 2021.
 

    ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ 197  ຄົນ, ກຳມະການສຳຮອງຂອງສູນກາງພັກ 151  ຄົນ. ກຳມະການປະຈຳຂອງຄະນະກວດກາສູນກາງພັກ ແລະ ສະຫາຍທີ່ຮັບຜິດຊອບຝ່າຍທີ່ກ່ຽວຂ້ອງ ໄດ້ນັ່ງຟັງໃນກອງປະຊຸມ. ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກບາງສະຫາຍທີ່ເຮັດວຽກຢູ່ຂັ້ນຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈຳນວນໜຶ່ງກໍໄດ້ເຂົ້ານັ່ງຟັງໃນກອງປະຊຸມເຊັ່ນກັນ.
 

    ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ໄຂຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ກ່າວຄຳປາໄສອັນສຳຄັນ.
 

    ກອງປະຊຸມຄົບຄະນະ ໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານວຽກງານທີ່ຜ່ານໂດຍທ່ານ ສີຈິ້ນຜິງ ເຊິ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງ “ມະຕິຂອງສູນກາງພັກກອມມູນິດຈີນກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ”, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງ “ມະຕິກ່ຽວກັບການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ”. ທ່ານ ສີຈິ້ນຜິງ ໄດ້ກ່າວຄຳອະທິບາຍກ່ຽວກັບ “ມະຕິຂອງສູນກາງພັກກອມມູນິດຈີນກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກ ໃນຮອບຮ້ອຍປີຜ່ານມາ (ສະບັບປຶກສາຫາລື)” ຕໍ່ກອງປະຊຸມຄົບຄະນະ.
 

    ກອງປະຊຸມຄົບຄະນະໄດ້ຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງກົມການເມືອງສູນກາງພັກ ນັບແຕ່ການໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 5 ສະໄໝທີ 19 ເປັນຕົ້ນມາ, ໂດຍມີຄວາມເຫັນເປັນເອກະພາບກັນວ່າ, ໜຶ່ງປີມານີ້, ສະພາບການປ່ຽນແປງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ ແລະ ການແຜ່ລະບາດຢ່າງຂະໜາດໃຫຍ່ຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົນສະ ທ້ອນແບບປະສົມປະສານກັນ, ສະພາບແວດລ້ອມຢູ່ພາຍນອກແຮ່ງສະຫຼັບສັບຊ້ອນ ແລະ ຂ້ຽວຂາດ, ວຽກງານຕ່າງໆຢູ່ພາຍໃນປະເທດ ເຊັ່ນ: ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມເປັນຕົ້ນ ແມ່ນໜັກໜາທີ່ສຸດ. ກົມການເມືອງສູນກາງພັກ ໄດ້ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນຖືເອົາລັດທິມາກ-ເລນິນ ແນວຄິດ  ເໝົາເຈີຈຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ທັດສະນະການພັດທະນາຕາມຫຼັກວິທະຍາສາດ ແລະ ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນໃນຍຸກໃໝ່ ເປັນແນວຄິດຊີ້ນຳ, ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ພ້ອມດ້ວຍກອງປະຊຸມຄົບຄະນະຄັ້ງທີ 2 ຄັ້ງທີ 3 ຄັ້ງທີ 4 ແລະ ຄັ້ງທີ 5 ສະໄໝທີ 19 ຢ່າງຮອບດ້ານ, ວາງແຜນຢ່າງເປັນເອກະພາບກັນກ່ຽວກັບສອງພາກສ່ວນໃຫຍ່ຄື: ພາຍໃນປະເທດ ແລະ ຕ່າງປະເທດ, ວາງແຜນຢ່າງເປັນເອກະພາບກັນ ກ່ຽວກັບການປ້ອງກັນ-ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມ, ທັງວາງແຜນຢ່າງເປັນເອກະພາບກັນກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງ, ຍຶດໝັ້ນຫຼັກການລວມຂອງການປະຕິບັດງານ ຄື: ຕ້ອງມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດຕາມແນວຄວາມຄິດການພັດທະນາອັນໃໝ່ຢ່າງຮອບດ້ານ, ເລັ່ງລັດການສ້າງສະພາບການພັດທະນາແບບໃໝ່, ຈຶ່ງເຮັດໃຫ້ເສດຖະກິດໄດ້ຮັກ ສາທ່ວງທ່າການພັດທະນາດີສົມຄວນ, ການພັດທະນາວິທະຍາສາດ-ເຕັກໂນໂລຊີໃຫ້ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ ໄດ້ຮັບການຊຸກຍູ້ກ້າວໄປໜ້າເປັນຢ່າງດີ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ບັ້ນການແກ້ຂອດຍາກໃນການລຶບລ້າງຄວາມທຸກຍາກນັ້ນ ໄດ້ຮັບໄຊຊະນະຕາມເວລາກຳນົດ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບ ປຸງໃຫ້ດີຂຶ້ນຢ່າງບັງເກີດຜົນ, ພາກສ່ວນໃຫຍ່ທາງສັງຄົມ ໄດ້ຮັບການຮັກສາຢ່າງໝັ້ນທ່ຽງ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ແລະ ກອງ​ທັບ ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ວຽກງານການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງ ຮອບດ້ານ, ການຮຽນການສຶກສາປະຫວັດສາດຂອງພັກໄດ້ປະຕິບັດຢ່າງໝັ້ນທ່ຽງ ແລະ ບັງເກີດຜົນ, ແລະໄດ້ເອົາຊະນະໄພທຳມະຊາດອັນໜັກໜ່ວງຫຼາຍຊະນິດ, ເວົ້າລວມແລ້ວ, ພາລະກິດຕ່າງໆຂອງພັກ ແລະ ປະເທດຊາດ ໄດ້ຮັບຜົນງານໃໝ່ອັນໃຫຍ່ຫຼວງ. ນອກນີ້, ຍັງໄດ້ຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີຢ່າງສຳເລັດຜົນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໄດ້ກ່າວຄຳປາໄສອັນສຳຄັນ ໂດຍໄດ້ປະກາດຢ່າງເປັນທາງການວ່າ, ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລ້ວ, ເຊິ່ງໄດ້ກະຕຸ້ນໃຫ້ທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດກ້າວໄປສູ່ຂະບວນການເດີນທາງຄັ້ງໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງດ້ວຍຈິດໃຈຫ້າວຫັນ.

 

    ກອງປະຊຸມຄົບຄະນະເຫັນວ່າ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ແມ່ນຄວາມຮຽກຮ້ອງຕ້ອງການຂອງການເປີດຂະບວນການເດີນທາງຄັ້ງໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານພາຍໃຕ້ເງື່ອນໄຂປະຫວັດສາດການສ້າງຕັ້ງພັກຄົບຮອບ 100 ປີ ແລະ ການຍຶດໝັ້ນ ແລະ ພັດທະນາສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່; ແມ່ນຄວາມຮຽກຮ້ອງຕ້ອງການຂອງການເພີ່ມທະວີສະຕິດ້ານການເມືອງ ສະຕິຕໍ່ສ່ວນລວມ ສະຕິແກນກາງ ແລະ ສະຕິເປັນເອກະພາບກັບສູນກາງ, ມີຄວາມເດັດດ່ຽວໃນຄວາມໝັ້ນໃຈຕົນເອງດ້ານເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຄວາມໝັ້ນໃຈຕົນເອງດ້ານທິດສະດີ ຄວາມໝັ້ນໃຈຕົນເອງດ້ານລະບອບ ແລະ ຄວາມໝັ້ນໃຈຕົນເອງດ້ານວັດທະ ນະທຳ, ເຮັດໄດ້ເຖິງຂັ້ນປົກປັກຮັກສາຖານະຂອງສະຫາຍ ສີຈິ້ນຜິງ ທີ່ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກຢ່າງເດັດດ່ຽວ, ປົກປັກຮັກສາອິດທິພົນ ແລະ ການນຳພາຢ່າງໂຮມສູນເປັນເອກະພາບກັນຂອງສູນກາງພັກຢ່າງເດັດດ່ຽວ, ທັງຮັບປະກັນທົ່ວພັກໃຫ້ກ້າວໄປໜ້າດ້ວຍຈັງ ຫວະດຽວກັນ; ແມ່ນຄວາມຮຽກຮ້ອງຕ້ອງການຂອງການຊຸກຍູ້ການປະຕິວັດໂດຍຕົນເອງຂອງພັກ, ຍົກສູງຄວາມສາມາດໃນການຕໍ່ສູ້ ແລະ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຂອງທົ່ວພັກ, ຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຂອງພັກຕະຫຼອດໄປ, ສາມັກຄີ ແລະ ນຳພາປະຊາຊົນບັນດາ ເຜົ່າໃນທົ່ວປະເທດສືບຕໍ່ບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນແຫ່ງການຟື້ນຟູຄວາມຈະເລີນຮຸ່ງ ເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ນັ້ນປາກົດຜົນເປັນຈິງ. ສະມາຊິກທົ່ວພັກຕ້ອງຍຶດໝັ້ນທັດ ສະນະປະຫວັດສາດວັດຖຸນິຍົມ ແລະ ທັດສະນະກ່ຽວກັບປະຫວັດສາດຂອງພັກທີ່ຖືກຕ້ອງ, ສັງເກດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາຢ່າງຈະແຈ້ງວ່າ, ເປັນຫຍັງພວກເຮົາສາມາດປະສົບຜົນສຳເລັດໄດ້ໃນອະດີດ, ເຂົ້າໃຈຢ່າງຈະແຈ້ງວ່າ ໃນອະນາຄົດ ພວກເຮົາຈະເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດໄດ້ຕໍ່ໄປ, ແລ້ວມີຄວາມເດັດດ່ຽວຫຼາຍກວ່າເກົ່າ ແລະ ມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າເກົ່າ ໃນການຈັດຕັ້ງປະຕິບັດຕາມອຸດົມການແຕ່ຫົວທີ ແລະ ພາລະກຳ ພ້ອມທັງຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ດີກວ່າເກົ່າ.
 

    ກອງປະຊຸມຄົນຄະນະໄດ້ຊີ້ໃຫ້ເຫັນວ່າ, ນັບແຕ່ການສ້າງຕັ້ງຂຶ້ນເມື່ອປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກເພື່ອປະຊາຊົນ ແລະ ການສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ເພື່ອປະຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຍຶດໝັ້ນອຸດົມການລັດທິກອມມູນິດ ແລະ ຄວາມເຊື່ອຖືສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອຍາດເອົາຄວາມເປັນເອກະລາດຂອງຊາດ ການປົດປ່ອຍປະຊາຊົນ ແລະເພື່ອບັນລຸຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ ແລະ ປະຊາຊົນມີຄວາມສຸກ, ໄດ້ຜ່ານປະຫວັດສາດອັນສະຫງ່າຜ່າເຜີຍເປັນເວລາຮ້ອຍປີແລ້ວ. ການບຸກບືນສູ້ຊົນຂອງພັກ ແລະ ປະຊາຊົນໃນຮອບຮ້ອຍປີຜ່ານມາ ເປັນການຂຽນມະຫາກາບປະຫວັດສາດທີ່ສະຫງ່າລາສີທີ່ສຸດໃນປະຫວັດສາດປະຊາຊາດຈີນ ນັບເປັນຫຼາຍພັນປີ.
 

    ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະການປະຕິວັດປະຊາທິປະໄຕໃໝ່, ໜ້າທີ່ຕົ້ນຕໍຂອງພັກກໍຄື: ຕໍ່ຕ້ານລັດທິຈັກກະພັດ ລັດທິສັກດີນາ ລັດທິທຶນນິຍົມອາດຍາສິດ, ຍາດແຍ່ງຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ທັງສ້າງເງື່ອນໄຂທາງສັງຄົມອັນພື້ນຖານເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ໃນການຕໍ່ສູ້ປະຕິວັດ, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ນຳເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ໄປປະສົມປະສານກັບສະພາບຄວາມເປັນຈິງຂອງຈີນ, ໄດ້ສັງເຂບໃນດ້ານທິດສະດີ ຕໍ່ບົດຮຽນແບບປະດິດສ້າງໂດຍຕົນເອງຕ່າງໆທີ່ສະສົມມາໄດ້ຈາກການຊອກສະແຫວງ ຫາຢ່າງທໍລະຫົດອົດທົນ ແລະ ການເສຍສະຫຼະຊີວິດຢ່າງມະຫາສານ, ໄດ້ບຸກເບີກເສັ້ນທາງປະຕິວັດອັນຖືກຕ້ອງທີ່ຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການປົກຄອງດ້ວຍກຳລັງອາວຸດ, ໄດ້ປະດິດສ້າງແນວຄິດເໝົາເຈີຈຸ່ງ, ເປັນການຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຍາດເອົາໄຊຊະນະຂອງການປະຕິວັດປະຊາທິປະໄຕໃໝ່. ພັກໄດ້ນຳພາປະຊາຊົນ ດຳເນີນການຕໍ່ສູ້ຢ່າງນອງເລືອດ ແລະ ບໍ່ທໍ້ຖອຍ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງການປະຕິວັດປະຊາທິປະໄຕໃໝ່, ສ້າງຕັ້ງປະເທດສາທາ ລະນະລັດປະຊາຊົນຈີນ, ບັນລຸຄວາມເປັນເອກະລາດຂອງຊາດ ແລະ ການປົດປ່ອຍປະຊາຊົນ, ເຮັດໃຫ້ປະຫວັດສາດທີ່ເປັນສັງຄົມເຄິ່ງຫົວເມືອງຂຶ້ນເຄິ່ງສັກດີນາຂອງປະເທດຈີນເກົ່ານັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ປະຫວັດສາດທີ່ຜູ້ຂູດຮີດສ່ວນໜ້ອຍທີ່ສຸດປົກຄອງປະຊາຊົນຜູ້ອອກ ແຮງງານອັນໄພສານນັ້ນ ສິ້ນສຸດລົງຢ່າງເຖິງຖອງ, ເຮັດໃຫ້ສະພາບການແຕກແຍກຄວາມສາມັກຄີຂອງປະເທດຈີນເກົ່ານັ້ນສິ້ນສຸດລົງຢ່າງເຖິງຖອງ, ໄດ້ຍົກເລີກສັນຍາບໍ່ສະເໝີພາບທີ່ປະເທດມະຫາອຳນາດຕ່າງໆບັງຄັບໃຫ້ຈີນລົງນາມ ແລະ ອະພິສິດທຸກຢ່າງຂອງຈັກກະພັດນິຍົມທີ່ມີຢູ່ຈີນນັ້ນຢ່າງເຖິງຖອງ, ໄດ້ບັນລຸການກ້າວກະໂດດອັນຍິ່ງໃຫຍ່ຂອງປະເທດຈີນຈາກອຳນາດການປົກຄອງແບບຜະ ເດັດການສັກດີນາມາເປັນເວລາຫຼາຍພັນປີ ໄປສູ່ປະຊາທິປະໄຕປະຊາຊົນ, ແລະ ກໍໄດ້ປ່ຽນແປງສະ ພາບການດ້ານການເມືອງຂອງໂລກຢ່າງໃຫຍ່ຫຼວງ ທັງໄດ້ເຊີດຊູກຳລັງໃຈໃຫ້ແກ່ຊົນຊາດ ແລະ ປະ ຊາຊົນທີ່ຖືກກົດຂີ່ໃນໂລກໃນການດຳເນີນການຕໍ່ສູ້ເພື່ອຍາດແຍ່ງການປົດປ່ອຍ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ: ນັບແຕ່ເວລານີ້ເປັນຕົ້ນໄປ, ປະຊາຊົນຈີນໄດ້ລຸກຢືນຂຶ້ນ, ຍຸກສະ ໄໝທີ່ປະຊາຊາດຈີນຖືກຜູ້ອື່ນກົດຂີ່ ແລະ ຂົ່ມເຫັງຕາມລຳພັງໃຈນັ້ນ ໄດ້ສິ້ນສຸດລົງ ແລະບໍ່ມີວັນກັບຄືນມາອີກ, ນັບແຕ່ເວລານີ້ເປັນຕົ້ນໄປ ການພັດທະນາຂອງຈີນໄດ້ເລີ່ມໄຂສັງກາດໃໝ່.
 

    ກອງປະຊຸມຄົບຄະນະ ໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະການປະຕິວັດ ແລະ ການສ້າງສັງຄົມນິຍົມ,  ໜ້າທີ່ຕົ້ນຕໍຂອງພັກກໍຄື: ບັນລຸການຫັນປ່ຽນຈາກລັດທິປະຊາທິປະໄຕໃໝ່ໄປສູ່ສັງຄົມນິຍົມ, ດຳເນີນການປະຕິວັດສັງຄົມນິຍົມ, ຊຸກຍູ້ການສ້າງສັງຄົມນິຍົມ, ສ້າງປະຖົມປັດໄຈດ້ານການເມືອງອັນຮາກຖານ ແລະ ລະບອບພື້ນຖານ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ໃນໄລຍະນີ້, ຊາວພັກກອມມູນິດຈີນທີ່ມີສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍ ໄດ້ສະເໜີແນວຄິດອັນສຳຄັນຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມ. ແນວ​ຄິດ​ເໝົາ​ເຈີ​ຕຸ່ງ ເປັນ​ການ​ໝູນ​ໃ​ຊ້ ແລະ ການຂະ​ຫຍາຍ​ຕົວ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ລັດ​ທິ​ມາກ-ເລ​ນິນ​ຢູ່​ຈີນ, ແມ່ນຫຼັກ​ການ​ທິດ​ສະ​ດີ ແລະ ເປັນ​ການ​ສະຫຼຸບບົດ​ຮຽນກ່ຽວ​ກັບ​ກັບ​ການ​ປະ​ຕິ​ວັດ ແລະ ການກໍ່​ສ້າງ​ຂອງ​ຈີນທີ່​ຖືກພຶດ​ຕິ​ກຳຢັ້ງ ຢືນ​ວ່າ​ຖືກ​ຕ້ອງ, ແມ່ນ​ການ​ກ້າວ​ກະ​ໂດດ​ແຫ່ງການຫັນ​ລັດ​ທິ​ມາກ​ໃຫ້​ເປັນ​ແບບ​ຈີນ​ຄັ້ງ​ທີ 1 ໃນປະ​ຫວັດ​ສາດ. ພັກໄດ້ນຳພາປະຊາຊົນເພິ່ງຕົນເອງ, ບາກບັ່ນສູ້ຊົນ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ແຫ່ງການປະຕິວັດ ແລະ ການສ້າງສັງຄົມນິຍົມ, ໄດ້ບັນລຸການປ່ຽນແປງສັງຄົມທີ່ກວ້າງຂວາງ ແລະ ເລິກເຊິ່ງທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ, ໄດ້ບັນລຸການກ້າວກະໂດດອັນຍິ່ງໃຫຍ່ ຈາກປະເທດໃຫຍ່ຕາເວັນອອກ ທີ່ທຸກຍາກຫຼ້າຫຼັງ ທັງມີປະຊາກອນຫຼວງຫຼາຍ ໄປສູ່ສັງຄົມສັງຄົມນິຍົມ. ປະເທດພວກເຮົາໄດ້ສ້າງລະບົບອຸດສາຫະກຳ ແລະ ລະບົບເສດຖະກິດແຫ່ງຊາດທີ່ຂ້ອນຂ້າງຄົບຖ້ວນ ແລະ ເປັນອິດສະຫຼະ, ເງື່ອນໄຂການຜະລິດດ້ານກະສິກຳ ໄດ້ຮັບການປ່ຽນແປງຢ່າງພົ້ນເດັ່ນ, ວຽກງານການສຶກສາ ວິທະຍາສາດ ວັດທະນະທຳ ສາທາລະນະສຸກ ແລະ ກິລາ ໄດ້ມີການພັດທະນາຢ່າງໃຫຍ່ຫຼາຍ, ກອງທັບປົດປ່ອຍປະຊາຊົນ ໄດ້ຮັບການເຕີບໃຫຍ່ ແລະ ຍົກສູງຂຶ້ນ, ທັງໄດ້ເຮັດໃຫ້ວຽກງານການຕ່າງປະເທດທີ່ອັບປະຍົດຂອງປະເທດຈີນເກົ່າສິ້ນສຸດລົງຢ່າງເຖິງຖອງ. ​ດ້ວຍການບຸກບືນສູ້ຊົນທີ່ອົງ ອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະຊາຊົນຈີນບໍ່ພຽງແຕ່ຮູ້ວິທີໃນການທຳລາຍໂລກເກົ່າເທົ່ານັ້ນ, ຍັງຮູ້ວິທີໃນການສ້າງໂລກໃໝ່ນຳອີກ, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດກູ້ຊາດຈີນໄດ້, ມີແຕ່ສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດພັດທະນາປະເທດຈີນໄດ້.
 

    ກອງປະຊຸມຄົບຄະນະ ໄດ້ຊີ້ໃຫ້ເຫັນວ່າ, ໃນໄລຍະໃໝ່ແຫ່ງການປະຕິຮູບ  ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ໜ້າທີ່ຕົ້ນຕໍຂອງພັກກໍຄື: ສືບຕໍ່ຊອກສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງການສ້າງສັງຄົມນິຍົມຂອງຈີນ, ປົດປ່ອຍ ແລະ ພັດທະນາກຳລັງການຜະ ລິດ, ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນໂດຍໄວ, ສະໜອງການຮັບປະກັນດ້ານໂຄງປະກອບທີ່ເຕັມໄປດ້ວຍພະລັງຊີວິດໃໝ່ ແລະ ເງື່ອນໄຂດ້ານວັດຖຸຂອງການພັດ ທະນາຢ່າງວ່ອງໄວ ໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11, ຊາວພັກກອມມູນິດຈີນທີ່ມີສະຫາຍ ເຕີ້ງສຽວພິງ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວ​ພັກ ແລະ ປະຊາຊົນບັນດາ ເຜົ່າທົ່ວປະເທດຈີນ ສະຫຼຸບບົດຮຽນທາງບວກ ແລະ ທາງລົບ ນັບແຕ່ສ້າງຕັ້ງ ສປ ຈີນເປັນຕົ້ນມາຢ່າງເລິກເຊິ່ງ, ໂດຍປິ່ນອ້ອມບັນຫາພື້ນຖານທີ່ວ່າ ສັງຄົມນິຍົມແມ່ນຫຍັງ ແລະ ຈະສ້າງສັງຄົມນິຍົມແນວໃດ, ໄດ້ຖອດຖອນບົດຮຽນປະຫວັດສາດຂອງສັງຄົມນິຍົມໃນໂລກ, ປະດິດສ້າງທິດສະດີເຕີ້ງສຽວພິງ, ໄດ້ປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ໄດ້ຈັດວາງນະໂຍບາຍທີ່ມີລັກສະນະປະຫວັດສາດ ຄື: ປ່ຽນວຽກງານໃຈກາງຂອງພັກ ແລະ ປະເທດຊາດມາສູ່ການສ້າງເສດຖະກິດ ທັງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໄດ້ຊີ້ໃຫ້ເຫັນທາດແທ້ຂອງສັງຄົມນິຍົມຢ່າງເລິກເຊິ່ງ, ກຳນົດແນວທາງພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ, ໄດ້ສະເໜີອອກຢ່າງຈະ ແຈ້ງວ່າ ຈະເດີນຕາມເສັ້ນທາງຂອງຕົນ ແລະ ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ຕອບບັນ ຫາພື້ນຖານຕ່າງໆ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ​ ຕາມຫຼັກວິທະຍາສາດ, ໄດ້ກຳນົດຍຸດທະສາດການພັດທະນາ ເພື່ອບັນລຸການຫັນເປັນທັນສະໄໝຂອງສັງຄົມນິຍົມ ໂດຍພື້ນຖານ ໂດຍແບ່ງເປັນສາມບາດກ້າວ ນັບແຕ່ເວລານັ້ນຈົນຮອດກາງສະຕະວັດທີ 21, ໄດ້ບຸກ​ເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.
 

    ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ພາຍຫຼັງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 13, ຊາວພັກກອມມູນິດຈີນທີ່ມີສະຫາຍ ຈ່ຽງເຈີມິນ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາທົ່ວ​ພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຍຶດໝັ້ນທິດສະດີພື້ນຖານ ແລະ ແນວທາງພື້ນຖານຂອງພັກ, ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ກັບບັນຫາທີ່ວ່າ ສັງຄົມນິຍົມແມ່ນຫຍັງ? ຈະສ້າງສັງຄົມນິຍົມແນວໃດ? ຈະສ້າງພັກໃຫ້ເປັນພັກແບບໃດ? ແລະຈະສ້າງພັກແນວໃດ? ໄດ້ກາຍ ເປັນແນວຄິດສຳຄັນ “3 ຕົວແທນ”, ເມື່ອຜະເຊີນກັບການທົດສອບອັນຂ້ຽວຂາດ ຍ້ອນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມສະຫຼັບສັບຊ້ອນທີ່ສຸດ ແລະ ສັງຄົມນິຍົມໃນໂລກໄດ້ປາກົດມີຄວາມຄົດລ້ຽວຢ່າງໜັກໜ່ວງນັ້ນ, ໄດ້ປົກປ້ອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ວາງເປົ້າໝາຍດ້ານການປະຕິຮູບ ແລະ ໄດ້ສ້າງໂຄງຮ່າງພື້ນຖານກ່ຽວກັບໂຄງປະກອບເສດຖະກິດຕະຫຼາດສັງຄົມນິ ຍົມ, ໄດ້ກຳນົດລະບອບເສດຖະກິດພື້ນຖານທີ່ຖືລະບອບກຳມະສິດສ່ວນລວມເປັນຫຼັກ ທັງພັດທະນາເສດຖະກິດໃນລະບອບກຳມະສິດຫຼາຍຊະນິດຮ່ວມກັນໃນໄລຍະຕົ້ນຂອງສັງຄົມນິຍົມ ພ້ອມດ້ວຍລະ ບຽບການແບ່ງປັນທີ່ຖືການແບ່ງປັນຕາມແຮງງານເປັນຫຼັກທັງມີຮູບການແບ່ງປັນຫຼາຍຊະນິດຮ່ວມກັນ, ໄດ້ສ້າງສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ໂຄງ ການຍິ່ງໃຫຍ່ອັນໃໝ່ຂອງການກໍ່ສ້າງພັກ, ແລະໄດ້ຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປສູ່ສະຕະວັດທີີ 21 ຢ່າງສຳເລັດຜົນ.
 

    ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ, ຊາວພັກກອມມູນິດຈີນທີ່ມີສະຫາຍ ຮູຈິນທ່າວ ເປັນຕົວແທນຕົ້ນຕໍ ໄດ້ສາມັກຄີ ແລະ ນຳພາ​ທົ່ວ​ພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຊຸກຍູ້ການປະດິດສ້າງພຶດຕິກຳໃໝ່ ປະດິດສ້າງທິດສະດີໃໝ່ ແລະ ປະດິດສ້າງລະບຽບການໃໝ່ໃນຂະບວນການຊຸກຍູ້ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ຕອບບັນຫາທີ່ສຳຄັນຕ່າງໆ ເຊັ່ນ: ຄວນບັນລຸການພັດທະນາແບບໃດ ແລະ ຈະພັດທະນາແນວໃດ ພາຍໃຕ້ສະພາບການໃໝ່, ເຊິ່ງໄດ້ກາຍເປັນທັດສະນະການພັດທະນາຕາມຫຼັກວິທະຍາສາດ, ໄດ້ກຳແໜ້ນໄລຍະໂອກາດທາງຍຸດທະສາດ, ສຸມຈິດສຸມໃຈດຳເນີນການກໍ່ສ້າງ, ສະ ແຫວງຫາການພັດທະນາຢ່າງຕັ້ງອົກຕັ້ງໃຈ, ໄດ້ກ່າວເນັ້ນໜັກເຖິງການຍຶດໝັ້ນຖືຄົນເປັນກົກ ແລະ ການພັດທະນາແບບຍືນຍົງທີ່ປະສານກົມກຽວກັນຢ່າງຮອບດ້ານ, ສຸມໃສ່ຮັບປະກັນ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ຊຸກຍູ້ການສ້າງຄວາມສາມາດການກຳອຳນາດ ແລະ ລັກສະນະກ້າວໜ້າຂອງພັກ, ໄດ້ຍຶດໝັ້ນ ແລະ ພັດ ທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພາຍໃຕ້ສະພາບການໃໝ່ຢ່າງສຳເລັດຜົນ.
 

    ກອງປະຊຸມຄົບຄະນະໄດ້ເນັ້ນວ່າ, ໃນໄລຍະນີ້, ໂດຍເລີ່ມຈາກພຶດຕິກຳໃໝ່ ແລະ ຈຸດພິເສດຂອງຍຸກສະໄໝ, ພັກໄດ້ຍຶດໝັ້ນ ແລະ ພັດທະນາລັດທິມາກ, ໄດ້ຕອບບັນຫາພື້ນຖານຕ່າງໆຢ່າງ​ມີ​ວິ​ທະ​ຍາ​ສາດ ກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊັ່ນ: ເສັ້ນທາງພັດທະນາ, ໄລຍະການພັດທະນາ, ໜ້າທີ່ພື້ນຖານ, ພະລັງແຮງການພັດທະນາ, ຍຸດທະສາດການພັດທະນາ, ການຮັບ ປະກັນດ້ານການເມືອງ, ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ, ຍຸດທະສາດການຕ່າງ ປະເທດ ແລະ ສາກົນ, ພະລັງແຮງການຊີ້ນຳນຳພາ, ກຳລັງແຮງທີ່ຕ້ອງເພິ່ງພາອາໄສ ແລະອື່ນໆ, ໄດ້ກາຍເປັນລະບົບທິດສະດີສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ໃນການຫັນລັດທິມາກໃຫ້ເປັນແບບຈີນ. ພັກໄດ້ນຳພາປະຊາຊົນປົດປ່ອຍແນວຄິດ ແລະ ບຸກບືນກ້າວໄປໜ້າ, ໄດ້ສ້າງຜົນງານອັນຍິ່ງໃຫຍ່ໃນການປະຕິຮູບ ການເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝ, ປະເທດພວກເຮົາໄດ້ບັນລຸການຫັນປ່ຽນຄັ້ງປະຫວັດສາດ ຈາກໂຄງປະ ກອບເສດຖະກິດແຜນການ ທີ່ໂຮມສູນໃນລະດັບສູງ ຫັນໄປສູ່ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ແລະ ຈາກການປິດປະຕູເຄິ່ງປິດປະຕູ ຫັນໄປສູ່ການເປີດປະຕູຢ່າງຮອບດ້ານ, ໄດ້ບັນລຸການບຸກທະລຸຄັ້ງປະຫວັດ ສາດຈາກສະພາບທີ່ກຳລັງການຜະລິດຫຼ້າຫຼັງໂດຍ​ທຽບ​ຖານ ຫັນໄປສູ່ລວມຍອດເສດຖະກິດເພີ່ມຂຶ້ນເປັນອັບດັບ 2 ຂອງໂລກ, ໄດ້ບັນລຸການກ້າວກະໂດດຄັ້ງປະຫວັດສາດທີ່ລະດັບຊີວິດການເປັນຢູ່ຂອງປະຊາຊົນ ຈາກການກິນບໍ່ອີ່ມ​ນຸ່ງ​ບໍ່​ອຸ່ນ ໄປສູ່ຄວາມອີ່ມໜຳສຳລານໂດຍລວມ ແລະ ກ້າວໄປສູ່ຄວາມອີ່ມໜຳສຳລານຢ່າງຮອບດ້ານ, ອັນໄດ້ຊຸກຍູ້ປະຊາຊາດຈີນບັນລຸການກ້າວກະ ໂດດອັນຍິ່ງໃຫຍ່ ຄື: ຈາກການລຸກຢືນຂຶ້ນ ຈົນຮອດຮັ່ງມີຂຶ້ນ. ດ້ວຍການບຸກບືນສູ້ຊົນຢ່າງອົງອາດກ້າ ຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນມາດຕະການທີ່ເປັນຂໍກຸນແຈ ເຊິ່ງຕັດ ສິນອະນາຄົດ ແລະ ຊາຕາກຳຂອງປະເທດຈີນໃນຍຸກປັດຈຸບັນ, ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນເສັ້ນທາງທີ່ຖືກຕ້ອງໃນການຊຸກຍູ້ປະເທດຈີນ ໃຫ້ພັດທະນາໄປສູ່ຄວາມຈະເລີນຮຸ່ງ ເຮືອງ, ປະເທດຈີນໄດ້ກ້າວໄປທ່ວງທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່.
 

    ກອງປະຊຸມຄົບຄະນະໄດ້ຊີ້ໃຫ້ເຫັນວ່າ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ກ້າວເຂົ້າສູ່ຍຸກໃໝ່. ໜ້າທີ່ຕົ້ນຕໍຂອງພັກກໍຄື: ເຮັດໃຫ້ເປົ້າ   ໝາຍສູ້ຊົນຄົບຮອບ 100 ປີເຫດການທີໜຶ່ງປາກົດຜົນເປັນຈິງ, ເປີດ​ຂະ​ບວນການເດີນທາງຄັ້ງໃໝ່ ເພື່ອເຮັດໃຫ້ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງປາກົດຜົນເປັນຈິງ, ແລະສືບຕໍ່ກ້າວເດີນໄປໜ້າ ເພື່ອເຮັດໃຫ້ເປົ້າໝາຍອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ນັ້ນ ປາກົດຜົນເປັນຈິງ. ພັກໄດ້ນຳພາປະຊາຊົນມີຄວາມໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ, ຮັກສາເສັ້ນທາງທີ່ຖືກຕ້ອງ, ປະດິດສ້າງໃໝ່, ໄດ້ສ້າງຜົນງານອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.
 

    ກອງປະຊຸມໄດ້ເນັ້ນວ່າ, ຊາວພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນຕົວແທນຕົ້ນຕໍ ໄດ້ຍຶດໝັ້ນນຳເອົາຫຼັກມູນພື້ນຖານຂອງລັດທິມາກ ໄປປະສົມປະ ສານກັບສະພາບຄວາມເປັນຈິງຂອງຈີນ ແລະ ວັດທະນະທຳດັ້ງເດີມທີ່ດີເລີດຂອງປະຊາຊາດຈີນ, ໄດ້ຍຶດໝັ້ນແນວຄິດເໝົາເຈີຕຸ່ງ ທິດສະດີເຕີ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະການພັດທະນາ​ຕາມຫຼັກວິທະຍາສາດ, ໄດ້ສະຫຼຸບຢ່າງເລິກເຊິ່ງ ແລະ ໝູນໃຊ້ບົດຮຽນປະຫວັດສາດນັບແຕ່ການສ້າງຕັ້ງພັກເປັນຕົ້ນມານັ້ນຢ່າງເຕັມທີ່, ເລີ່ມຈາກສະພາບຄວາມເປັນຈິງອັນໃໝ່, ສ້າງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ສະ​ຫາຍ​ ສີ​ຈິ້ນ​ຜິງ ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄິດ​ຢ່າງ​ເລິກ​ເຊິ່ງ​ ແລະ​ ຕີ​ລາ​ຄາ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ຕໍ່​ກັບ​ທິດ​ສະ​ດີ​ສຳ​ຄັນ​ ແລະ​ ບັນ​ຫາ​ພຶດ​ຕິ​ກຳ​ຕົວ​ຈິງ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ ແລະ​ ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່. ກ່ຽວ​ກັບ​ຫົວ​ຂໍ້​ຍຸກ​ສະ​ໄໝ​ທີ່​ສຳ​ຄັນ​ຕ່າງໆ​ ເປັນ​ຕົ້ນ​ແມ່ນ: ໃນ​ຍຸກ​ໃໝ່ ຈະຍຶດ​ໝັ້ນ​ ແລະ​ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແບບ​ໃດ, ຍຶດ​ໝັ້ນ​ ແລະ ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນແນວ​ໃດ, ຈະ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ເຂັ້ມ​ແຂງ​ແບບ​ໃດ, ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ເຂັ້ມ​ແຂງ​ແນວ​ໃດ, ​ຈະ​ສ້າງ​ພັກ​ການ​ເມືອງ​ລັດ​ທິ​ມາກ​ທີ່​ກຳ​ອຳ​ນາດ​ຢ່າງ​ຍາວ​ນານ​ແບບ​ໃດ, ສ້າງ​ພັກ​ການ​ເມືອງ​ລັດ​ທິ​ມາກ​ທີ່​ກຳ​ອຳ​ນາດຢ່າງ​ຍາວ​ນານແນວ​ໃດ ແລະ​ອື່ນໆ, ສະ​ຫາຍ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີທັດ​ສະ​ນະ​ໃໝ່ ແນວ​ຄິດ​ໃໝ່​ ແລະ​ ຍຸດ​ທະ​ສາດ​ໃໝ່​​ຢ່າງ​ເປັນ​ລະ​ບົບ ກ່ຽວ​ກັບ​ການ​ປົກ​ຄອງ​ ແລະ​ ການ​ບໍ​ລິ​ຫານ​ປະ​ເທ​ດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂດຍຕົນ​ເອງ, ເປັນ​ຜູ້ສຳ​ຄັນ​ຕົ້ນ​ຕໍ​ ໃນ​ການ​​ປະ​ດິດ​ສ້າງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ເປັນ​ລັດ​ທິ​ມາກ​ແບບ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ລັດ​ທິ​ມາກ​ໃນ​ສະ​ຕະ​ວັດ​ທີ 21, ເປັນ​ຫົວ​ກະ​ທິ​ຍຸກ​ສະ​ໄໝ​ຂອງວັດ​ທະ​ນະ​ທຳ​ຈີນ ​ແລະ​ ຈິດໃຈ​ຈີນ, ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດຄັ້ງ​ໃໝ່​ຈາກ​ລັດ​ທິ​ມາກ​ຫັນ​ເປັນ​ແບບ​ຈີນ. ການ​ທີ່​ພັກ​ກຳ​ນົດ​ຖາ​ນະ​ຂອງສະ​ຫາຍ ​ສີ​ຈິ້ນ​ຜິງ ​ເປັນ​ແກນ​ກາງ​ຂອງ​ສູ​ນ​ກາງ​ພັກ ແລະ ເປັນ​ແກນ​​ກາງ​ທົ່ວ​ພັກ, ກຳ​ນົດ​ຖາ​ນະ​ຊີ້​ນຳ​ຂອງແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ທົ່ວ​ພັກ ທົ່ວ​ກອງ​ທັບ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ມີ​ຄວາມ​ໝາຍ​ລັກ​ສະ​ນະ​ຕັດ​ສິນ ​ຕໍ່​ກັບ​ກາ​ນ​ພັ​ດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່, ​ຕໍ່​ກັບການ​ຊຸກ​ຍູ້​ຂະ​ບວນ​ການ​ປະ​ຫວັດ​ສາດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.
 

    ກອງ​ປະ​ຊຸມ​ຄົບ​ຄະ​ນ​ະ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ສູນ​ກາ​ງ​ພັກ​ທີ່​ມີ​ສະ​ຫາຍ ​ສີ​ຈິ້ນ​ຜິງ​ ເປັນ​ແກນ​ກາງ ໄດ້​ມີ​ຈິດ​ໃຈ​ເປັນ​ເຈົ້າ​ການ​ທາງ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ກ້າ​ຫານ​ທາງ​ການ​ເມືອງ​ອັນ​ມະ​ຫາ​ສານ, ມີ​ຄວາມ​ຮັບ​ຜິດ​ຊອບ​ອັນ​ແຮງ​ກ້າໃນ​ການ​ປະ​ສານ​ສົມ​ທົບ​ສອງ​ພາກ​ສ່ວນ​ໃຫຍ່​ທັງ​ພາຍ​ໃນ​ ແລະ ​ສາ​ກົນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຜັນ​ຂະ​ຫຍາຍ​ທິດ​ສະ​ດີ​ພື້​ນ​ຖານ ແນວ​ທາງ​ພື້ນ​ຖານ​ ແລະ​ ຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ, ກຳ​ກັບ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່ ໂຄງ​ການ​ທີ່​ຍິ່ງ​ໃຫຍ່ ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່ ແລະ ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຍຶດ​ໝັ້ນຫຼັກ​ການ​ພື້ນ​ຖານ​ລວມ​ໃນ​ການ​ປະ​ຕິ​ບັດ​ງານ ​ໂດຍ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ, ຈັດວາງ​​ທິດ​ທາງນະ​ໂຍ​ບາຍ​ສຳ​ຄັນ​ຕ່າງໆ​ ແລະ ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ, ​ຊຸກ​ຍູ້​ວຽກ​ງານ​ສຳ​ຄັນ​ຕ່າງໆ​, ເອົາ​ຊະ​ນະ​ຄວາມ​ສ່ຽງ​ ແລະ ​ສິ່ງ​ທ້າ​ທາຍ​ສຳ​ຄັນ​ຕ່າງໆ, ​ໄດ້​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກຫຼາຍ​ປະ​ການ​ທີ່​ຕົກ​ຄ້າງມາ​ເປັນ​ເວ​ລາ​ດົນ​ນານ​, ໄດ້​ສຳ​ເລັດຫຼາຍວຽກ​ສຳ​ຄັນ ທີ່​ພັກ​ເຮົາ​ຢາກ​ເຮັດ​ໃນ​ເມື່ອ​ກ່ອນ​ແຕ່​ບໍ່​ທັນໄດ້​ເຮັດ,ຊຸກ​ຍູ້ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ເທດ​ຊາດໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ, ເກີດ​ມີ​ການ​ປ່ຽ​ນ​ແປງ​ຄັ້ງ​ປະ​ຫວັດ​ສາດ.
 

    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ ​ໄດ້​ເນັ້ນ​ວ່າ: ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ໃນ​ດ້ານ​ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຮອບ​ດ້ານ​ຂອງ​ພັກ, ອິດ​ທິ​ພົນ ​ແລະ ​ການ​ນຳ​ພາ​ແບບ​ໂຮ​ມ​ສູນ​ເປັນ​ເອ​ກະ​ພາບ​ກັນຂອງ​ສູນ​ກາງ​ພັກ ​ໄດ້​ມີ​ການ​ຮັບ​ປະ​ກັນ​ຢ່າງ​ແຂງ​ແຮງ, ລະ​ບົບ​ລະ​ບຽບ​ການ​ນຳ​ພາ​ຂອງ​ພັກ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮູບ​ການ​ນຳ​ພາ​ຂອງ​ພັກ​ມີ​ວິ​ທະ​ຍາ​ສາດຫຼາຍກວ່າ​ເກົ່າ, ທົ່ວ​ພັກ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍກວ່າ​ເກົ່າ​ໃນ​ດ້ານ​ແນວ​ຄິດ, ມີ​ຄວາມ​ສາ​ມັກ​ຄີຫຼາຍກວ່າ​ເກົ່າ​ໃນ​ດ້​ານ​ການ​ເມືອງ, ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍກວ່າ​ເກົ່າ​ໃນ​ການ​ດຳ​ເນີນ​ງານ, ກຳ​ລັງ​ການ​ນຳ​ພາ​ທາງ​ການ​ເມືອງ ກຳ​ລັງ​ການ​ຊັກ​ຈູງ​ດ້ານ​ແນວ​ຄິດ ກຳ​ລັງ​ການ​ຈັດ​ຕັ້ງ​ມະ​ຫ​າ​ຊົນ ​ແລະ ​ກຳ​ລັງ​ລະ​ດົມ​ຂົນ​ຂວາຍ​ໃນ​ສັງ​ຄົມ​ຂອງ​ພັກ​ ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ. ໃນ​ດ້ານ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ຄວາມ​ສາ​ມາດ​ຂອງ​ພັກ​ໃນ​ການສະ​ສາງ​ລ້າງ​ສວ່າຍຕົນ​ເອງ ​ປັບ​ປຸງ​​ຕົນ​ເອງ​ ປະ​ຕິ​​ຮູບ​ຕົນ​ເອງ ​ແລະ​​ ຍົກ​ລະ​ດັບຕົນ​ເອງ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ສະ​ພາບ​ການ​ຄຸ້ມ​ຄອງ​ພັກ​ແບບ​ໂຍະ​ຍານ​ໄດ້​ມີ​ການ​ຫັນ​ປ່ຽນ​ຈາກ​ຂັ້ນ​ພື້ນ​ຖານ. ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ເດັດ​ຂາດ​ ທັງ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ, ​ພັກ​ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ຝຶກ​ຝົນຫຼໍ່ຫຼອມ​ລັກ​ສະ​ນະ​ປະ​ຕິ​ວັດ. ໃນ​ດ້ານ​ການ​​ກໍ່​ສ້າງ​ເສດ​ຖະ​ກິດ,​ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວກ​ເຮົາ​ມີ​ລັກ​ສະ​ນະ​ດຸນ​ດ່ຽງ ລັກ​ສະ​ນະ​ກົມ​ກຽວ​ ແລະ​ ລັກ​ສະ​ນະ​ຍືນ​ຍົງຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ກຳ​ລັງ​ຕົວ​ຈິງ​ໃນ​ດ້ານ​ເສດ​ຖະ​ກິດ ກຳ​ລັງ​ຕົວ​ຈິງ​ໃນ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ ແລະ​ ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ໄດ້​ພັດ​ທະ​ນາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ເສດ​ຖະ​ກິດ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ກ້າວ​ຂຶ້ນ​ສູ່​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ ມີ​ປະ​ສິດ​ທິ​ພາບກວ່າ​ເກົ່າ ມີ​ຄວາມຍຸ​ຕິ​ທຳ​ກວ່າ​ເກົ່າ​ ຍືນ​ຍົງ​ກວ່າ​ເກົ່າ​ ແລະ​ ໝັ້ນ​ຄົງ​ກວ່າ​ເກົ່າ. ໃນ​ດ້ານ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ພັກ​ໄດ້​ຊຸກ​ຍູ້​ການ​​ລົງ​ເລິກ​ການປະ​ຕິ​ຮູບ​ ແລະ​ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງກວ້າງ​ ແລະ ​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຂະ​ຫຍາຍ​ຕົວ​ໄດ້​ສຸກງອ​ມກວ່າ​ເກົ່າ​ ແລະ​ ໝັ້ນ​ຄົງ​ກວ່າ​ເກົ່າ, ລະ​ດັບ​​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານ​ລະ​ບົບ ແລະ ຄວາມ​ສາ​ມາດການ​ປົກ​ຄອງ​ບໍ​ລິ​ຫານ​ປະ​ເທດໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພາ​ລະ​ກິດ​ຂອງ​ພັກ ​ແລະ​ ປະ​ເທ​ດ​ຊາດ ​ໄດ້​ປາ​ກົດ​ມີ​ພະ​ລັງ​ຊີ​ວິດ​ອັນ​ໃໝ່. ໃນ​ດ້ານ​ການ​ກໍ່​ສ້າງ​ທາງ​ການ​ເມືອງ, ຕັ້ງ​ໜ້າ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທົ່ວ​ຂັ້ນ​ຕອນ, ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຂອງ​​ປະ​ເທດ​ພວກ​ເຮົາ ໄດ້​ຮັບ​ການ​ຊຸກ​ຍູ້ໃຫ້​ຫັນ​ເປັນລະ​ບຽບ​ການ ຫັນ​ເປັນ​ລະ​ບຽບ​ແບບ​ແຜນ​ ແລະ ຫັນ​ເປັນ​ຂັ້ນ​ຕອນຢ່າງ​ຮອບ​ດ້ານ, ລັກ​ສະ​ນະ​ດີ​ເດັ່ນ​ຂອງ​ລະ​ບອບ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ດີກວ່​າ​ເກົ່າ, ສະ​ພາບ​ການ​ເມືອງ​ທີ່​ມີ​ຊີ​ວິດ​ຊີ​ວາ ​ສະ​ຫງົບ​ໝັ້ນ​ຄົງ ​ແລະ ​ມີ​ຄວາມ​ສາ​ມັກ​ຄີ​ໄດ້​ຮັບ​ການ​ປັບ​ປຸງ​ ແລະ ​ຂະ​ຫຍາຍ​ຕົວ. ໃນ​ດ້ານ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍຢ່າງ​ຮອບ​ດ້ານ, ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ສົ​ມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ກໍ່​ສ້າງ​ປະ​ເທດ​ຈີນ​ຕາມ​ກົດ​ໝາຍ​ໄດ້​ຢວ່າງ​ບາດ​ກ້າວ​ອັນ​ໜັກ​ແໜ້ນ, ຄວາມ​ສາ​ມາດ​ຂອງ​ພັກ​ໃນ​ການ​ໝູນ​ໃຊ້​ຮູບ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ເຂົ້າ​ໃນ​ການນຳ​ພາ ​ແລະ ​ບໍ​ລິ​ຫານ​ປະ​ເທດ​ນັ້ນ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ. ໃນ​ດ້ານ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ, ສະ​​ພາບການ​ໃນ​ຂົງ​ເຂດ​ຮູບ​ຖານ​ຈິດ​ສຳ​ນຶກ​ຢູ່​ປະ​ເທດ​ພວກ​ເຮົາ​ ໄດ້​ເກີດ​ມີ​ການປ່ຽນ​ແປງໃນ​ພາກ​ສ່ວນ​ລວມ​ ແລະ ​ມີ​ລັກ​ສະ​ນະ​ຂັ້ນ​ພື້ນ​ຖານ. ​ທົ່ວ​ພັກ​ ແລະ ປ​ະ​ຊ​າ​ຊົນ​ບັດ​ດາ​ເຜົ່າ​ທົ່ວ​ປະ​ເທດ ​ມີ​ຄວາມ​ໝັ້ນ​ໃຈຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ຄວາ​ມ​ສາ​ມັກ​ຄີ​ ແລະ ​ຄວາມ​ສັດ​ທາ​ໃນ​ທົ່ວ​ສັງ​ຄົມ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາ​ຍ, ເຊິ່ງ​ເປັນ​ການສະ​ໜອງ​ການ​ຮັບ​ປະ​ກັນ​ດ້ານ​ແນວ​ຄິດ​ ແລະ ​ກຳ​ລັງ​ຈິດ​ໃຈ​ອັນ​ເຂັ້ມ​ແຂງ​ໃຫ້​ກັບ​ການ​ສ້າງ​ສະ​ພາບ​ການ​ໃໝ່​​ຂອງ​ພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່. ໃນ​ດ້ານ​ການ​ກໍ່​ສ້າງ​ທາງ​ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຮອບ​ດ້​ານ,​ ລະ​ດັບການ​ຄຸ້​ມ​ຄອງ​ສັງ​ຄົມ​​ແບບ​ມີ​ສ່ວນ​ຮ່ວມ​ຈາກສັງ​ຄົມ ຄຸ້ມ​ຄອງ​ຕາມ​ກົດ​ໝາຍ ຫັນ​ເປັນ​ແບບ​ອັດ​ສະ​ລີ​ຍະ ​ແລະ​​ ​ລັກ​ສະ​ນະ​ວິ​ຊາ​ການ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ, ໄດ້​ພັດ​ທະ​ນາ​ໃຫ້​ມີ​ສະ​ພາບ​ທີ່​ດີ​ງາມ​ຄື: ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ ສັງ​ຄົມ​​ປອດ​ໄພ​ສະ​ຫງົບ ແລະ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ເປັນ​ການ​ສືບ​ຕໍ່​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ຍາວ​ນານ. ໃນ​ດ້ານ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ, ສູນ​ກາງ​ພັກ​ໄດ້​​ອອກ​ແຮງ​ດຳ​ເນີນການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ການ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ​ໄດ້​ຢວ່າງ​ບາດ​ກ້າວ​ສຳ​ຄັນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢູ່​ປະ​ເທດ​ພວກ​ເຮົາ​ໄດ້​ເກີດ​ມີ​ການ​ປ່ຽ​ນ​ແປງທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ​ລັກ​ສະ​ນະ​ບາດ​ລ້ຽວ ແລະ ລັກ​ສະ​ນະ​ພາກ​ສ່ວນ​ລວມ​. ໃນ​ດ້ານການ​ກໍ່​ສ້າງ​​ການ​ປ້ອງ​ກັນ​ປະ​ເທດ​ ແລະ​ ກອງ​ທັບ, ກອງ​ທັບ​ປະ​ຊາ​ຊົນ​ໄດ້​ບັນ​ລຸ​ການ​ປັບ​ປຸງ​ຄືນ​ໃໝ່​ໂດຍ​ລວມ​ ແລະ​ ມີ​ລັກ​ສະ​ນະ​ປະ​ຕິ​ວັດ ແລ້ວ​ອອກ​ເດີນ​ທາງ​ອີກ​ຄັ້ງ​ໃໝ່, ກຳ​ລັ​ງ​ຕົວ​ຈິງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ແລະ ​ກຳ​ລັງ​ຕົວ​ຈິງ​ດ້ານ​ເສດ​ຖະ​ກິດ​ໄດ້​ຍົກ​ສູງ​ຂຶ້ນ​ພ້ອມ​ກັນ, ກອງ​ທັບ​ປະ​ຊາ​ຊົນ​ເດັດ​ດ່ຽວ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ໃນ​ຍຸກ​ໃໝ່, ໄດ້ປົກ​ປ້ອງ​​ອະ​ທິ​ປະ​ໄຕ ຄວາດ​  ໝັ້ນ​ຄົງ​ ແລະ​ ຜົນ​ປະ​ໂຫຍດ​ດ້ານການ​ພັດ​ທະ​ນາ​ຂອງ​ຊາດ ​ດ້ວຍ​ຈິດ​ໃຈ​​ຕໍ່​ສູ້ຢ່າງ​ເດັດ​ດ່ຽວ​ໜຽ​ວ​ແໜ້ນ ​ແລະ​ ການ​ກະ​ທຳ​ຕົວ​ຈິງ. ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຮອບ​ດ້ານ, ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ຄວາມ​ສ່ຽງ​ ແລະ​ ສິ່ງ​ທ້າ​ທາຍ​ໃນ​ດ້ານ​ຕ່າງໆ​, ເຊັ່ນ: ​ການ​ເມືອງ ເສດ​ຖະ​ກິດ ຮູບ​ຖານ​ຈິດ​ສຳ​ນຶກ ແລະ​ ວົງ​ທຳ​ມະ​ຊາດ​ເປັນ​ຕົ້ນ, ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ອັນ​ເຂັ້ມ​ແຂງ​ໃຫ້​​ພັກ ​ແລະ ປະ​ເທ​ດ​ຊາດ​ມີ​ຄ​ວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ມີ​​ສ​ະ​ຖຽນ​ລະ​ພາບ​ຢ່າງ​ຖາ​ວອນ. ໃນ​ດ້ານ​ການ​ຍຶດ​ໝັ້ນ​ແນວ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບ” ແລະ​ ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​​ໃຫ້ເປັນ​ເອ​ກະ​ພາບ, ​ສູນ​ກາງ​ພັກ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ຕ່າງ​ໆທີ່​ແກ້​ໄຂ​ບັນ​ຫາ​ຈາກ​ທັງ​ຕົ້ນ​ເຫດ​ ແລະ ​ປາຍ​ເຫດ, ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ    “​ໃຫ້​ຜູ້​ຮັກ​ຊາດປົກ​ຄອງຮົງ​ກົງ” ແລະ “​ໃຫ້​​ຜູ້​ຮັກ​ຊາດ​ປົກ​ຄອງມາ​ກາວ”, ຊຸກ​ຍູ້​ໃຫ້​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ບັນ​ລຸ​ການ​ປ່ຽນ​ແປງ​ອັນສຳ​ຄັນ​ຄື ​ຈາກ​ຄວາມ​ວຸ້ນ​ວາຍ ​ສູ່​ການ​ຄຸ້ມ​ຄອງ​ໃຫ້​ມີ​ສະ​ຖຽນ​ລະ​ພາບ, ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ກັບ​ການ​ຊຸກ​ຍູ້​ການ​ປົກ​ຄອງ​ຮົງ​ກົງ​-ມາ​ກາວ​ຕາມ​ກົດ​ໝາຍ ແລະ ຊຸກ​ຍູ້​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງ​ໜັກ​ແໜ້ນ​​ຍາວ​ນານ​; ​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນປີ 1992, ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ແບ່ງ​ແຍກໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ, ເດັດ​ດ່ຽວ​ຄັດ​ຄ້ານ​​ການ​ແຊກ​ແຊງ​ຈາກອິດ​ທິ​ກຳ​ລັງ​ພາຍນອກ, ກຳ​​ແໜ້ນສິດ​ນຳ​ພາ ​ແລະ ​ສິດໃນ​​​ລັກ​ສະ​ນະເປັນທ່າ​ບຸກ​ໃນ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ. ໃນ​ດ້ານ​ວຽກ​ງ​ານ​ການ​ຕ່າງ​ປະ​ເທດ, ​ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​ໄດ້​ຮັບ​ການ​ຊຸກ​ຍູ້​ໄປ​ໜ້າ​ຢ່າງ​ຮອບ​ດ້ານ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ໄດ້​ກາຍ​ເປັນ​ຄັນ​ທຸງ​ທີ່​ໂດດ​ເດັ່ນ​​ໃນ​ການ​ນຳ​ພາ​ກະ​ແສ​ຍຸ​ກ​ສະ​ໄໝ​ ແລະ​ ທິດ​ທາງ​ກ້າວ​ໄປ​ໜ້າ​ຂອງມວນ​ມະ​ນຸດ, ທ່າມ​ກາງ​ສະ​ພາບ​ການ​ປ່ຽ​ນ​ແປງ​ອັນ​ໃຫຍ່ຫຼວງ​ຂອງໂລກ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ບຸກ​ເບີກ​ສະ​ພາບ​ການ​ໃໝ່, ໄດ້​ຫັນ​ວິ​ກິດ​ການ​ໃຫ້​ເປັນ​ກາ​ລະ​ໂອ​ກາດ​ທ່າມ​ກາງ​ສະ​ພາບ​ວຸ້ນ​ວາຍ​​ຂອງ​ໂລກ, ບົດ​ບາດ​ອິດ​ທິ​ພົນ ແຮງ​ຈູງ​ໃຈ ​ແລະ​ ກຳ​ລັງ​ສ້າງສັນ​ຂອງ​ປະ​ເທດ​ພວກ​ເຮົາ​ໃນ​ເວ​ທີ​ສາ​ກົນ​ໄດ້​ສູງ​ເດັ່ນ​ຂຶ້ນ. ດ້ວຍການບຸກບືນສູ້ຊົນຢ່າງອົງ ອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ, ປະ​ຊາ​ຊາດ​ຈີນ​ ໄດ້​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ​ຈົນຮອດ​ເຂັ້ມ​ແຂງ​ຂຶ້ນ.
 

    ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ປະ​ຫວັດ​ສາດ​​ຂອງ​ການບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ຄື: ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ປ່ຽນ​ແປງ​ອະ​ນາ​ຄົດ ​ແລະ​ ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ຈີນ​ຈາກ​ຂັ້ນ​ພື້ນ​ຖານ, ປະ​ຊາ​ຊົນ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຊາ​ຕາ​ກຳ​ທີ່​ຖືກ​ຂົ່ມ​ເຫັງ ​ແລະ ​ຖືກ​​ກົດ​ຂີ່​ເປັນ​ຂ້ອຍ​ຂ້ານັ້ນ​ຢ່າງ​ສິ້ນ​ເຊີງ, ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ສັງ​ຄົມ​ ແລະ ​ຊາ​ຕາ​ກຳ​ຂອງ​ຕົນ, ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ໄດ້ປາ​ກົດ​ຜົນ​ເປັນ​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ; ການບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ ໄດ້ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ຈີນ​ໄດ້​ໃຊ້​ເວ​ລາ​ພຽງຫຼາຍ​ສິບ​ປີເທົ່າ​ນັ້ນ ​ກໍສາ​ມາດ​ບັນ​ລຸ​ເປົ້​າ​ໝາຍ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແຕ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ​ຕ້ອງ​ໄດ້ໃຊ້​ເວ​ລາຫຼາຍ​ຮ້ອຍ​ປີ​ຈິ່ງ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້, ເຊິ່ງ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ສອງ​ຢ່າງ​ຄື: ເສດ​ຖະ​ກິດ​ພັດະ​ນາ​ຢ່າງວ່ອງ​ໄວ ແລະ​ ສັງ​ຄົມ​ມີ​ສະ​ຖຽ​ນ​ລະ​ພາບ​ຢ່າງ​ຍາວ​ນານ; ການບຸກ​ບືນ​ສູ້​ຊົນ​​ຂອງ​ພັກໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິ​ມາກ, ລັກ​ສະ​ນະ​ວິ​ທະ​ຍາ​ສາດ ​ແລະ​ ລັກ​ສະ​ນະ​ສັດ​ຈະ​ທຳ​ຂອງ​ລັດ​ທິ​ມາກ​ໄດ້​ຜ່ານ​ການກວດ​ສອບ​ຢ່າງ​ເຕັມ​ສ່ວນ​ຢູ່​ຈີນ, ລັກ​ສະ​ນະ​ປ​ະ​ຊາ​ຊົນ ​ແລະ ​ລັກ​ສະ​ນະ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ລັດ​ທິ​ມາກ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຕັມ​ສ່ວນ​ຢູ່​ຈີນ, ລັກ​ສະ​ນະ​ເປີດປະ​ຕູ ແລະ ​ລັກ​ສະ​ນະ​ຍຸກ​ສະ​ໄໝ​ຂອງ​ລັດ​ທິ​ມາກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ພົ້ນ​ເດັ່ນ​ຢູ່​ຈີນ; ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກໃນ​ຮອບ​ຮ້ອຍ​ປີ​ຜ່ານມ​າ​​ໄດ້​ສົ່ງ​ຜົນ​ກະ​ທົບ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ຂອງ​ໂລກ, ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ບຸກ​ເບີກ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ແບບ​ຈີນ ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ສ້າງ​ຮູບແບບ​ໃໝ່​ຂອງ​ຄວາມ​ສິ​ວິ​ໄລ​ຂອງ​ມະ​ນຸດ, ໄດ້​ເປີດກວ້າ​ງ​ຊ່ອງ​ທາງ​ກ້າວ​ໄປ​ສູ່​ທັນ​ສະ​ໄໝ​ສຳ​ລັບ​ປະ​ເທດ​ພວມ​ພັດ​ທະ​ນາ; ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ຝຶກ​ຝົນຫຼໍ່​ຫຼອມ​ພັກ​ກອມ​ມູ​ນິດ​ຈີນ ​ໃຫ້​ສາ​ມາດ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ, ໄດ້ກຳ​ເນີດ​ໃຫ້​ເປັນລະ​ບົບຈິດໃຈ​​ທີ່ມີຈິດ​ໃຈສ້າງ​ຕັ້ງ​ພັກ​ອັນ​ຍິ່ງ​ໃຫຍ່​ເປັນ​ແຫຼ່ງ​​ກຳ​ເນີດ​, ໄດ້​ຮັກ​ສາ​ລັກ​ສະ​ນະ​ກ້າວ​ໜ້າ ​ແລະ ​ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ພັກ, ຄວາມ​ສາ​ມາດ​ກຳ​ອຳ​ນາດ​ ແລະ ​ລະ​ດັບ​ການ​ນຳ​ພາ​ຂອງ​ພັກ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັກ​ກອມ​ມູ​ນິດ​ຈີນ​ສົມ​ເປັນ​ພັກ​ທີ່​ຍິ່ງ​ໃຫຍ່ ມີ​ກຽດ​ສະ​ຫງ່າ​ ແລະ​ ຖືກ​ຕ້ອງ.
 

    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ໄດ້ຊີ້​ໃຫ້​ເຫັນວ່າ: ໃນ​ໄລ​ຍະ​ 100 ປີ​ຜ່ານ​ມາ, ພັກ​ໄດ້​ສຳ​ພາ​ປະ​ຊາ​ຊົນ​ດຳ​ເນີນ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່, ໄດ້​ສະ​ສົມ​ບົດ​ຮຽນ​ປະ​ຫວັດ​ສາດ​ອັນ​ປະ​ເສີດ, ນັ້ນ​ກໍ​ຄື: ​​ຍຶດໝັ້ນ​ການ​ນຳ​ພາ​ຂອງ​ພັກ, ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່, ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ທິດ​ສະ​ດີໃໝ່, ຍຶດ​ໝັ້ນຫຼັກ​ການ​​ເປັນເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນ​ເສັ້ນ​ທາງ​ຈີນ, ຍຶດ​ໝັ້ນ​ໃນ​ການ​ຫ່ວງ​ໃຍ​ຊາ​ຕາ​ກຳ​ຂອງ​ໂລກ, ຍຶດ​ໝັ້ນ​ການ​ບຸກ​ເບີກ​ປະ​ດິດ​ສ້າງໃໝ່, ຍຶດ​ໝັ້ນ​ໃນ​ການ​ກ້າ​ຕໍ່​ສູ້, ຍຶດ​ໝັ້ນ​ແນວ​ໂຮມ​ເອ​ກະ​ພາບ ແລະ ຍຶດ​ໝັ້ນ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ. 10 ດ້ານດັ່ງ​ກ່າວ​ນີ້, ເປັນ​ບົດ​ຮຽນ​ອັນ​ປະ​ເສີດ​ທີ່​ສະ​ສົມ​ມາ​ໄດ້​ ໂດຍ​ຜ່ານ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ເປັນ​ໄລ​ຍະ​ຍາວ​ນານ, ເປັນ​ສົມ​ບັດ​ດ້ານ​ຈິດ​ໃຈ​ທີ່​ພັກ​ ແລະ ​ປະ​ຊາ​ຊົນ​ຮ່ວມ​ກັນ​ສ້າງ​ຂຶ້ນ, ຕ້ອງ​​ຖະ​ໜອມ​ຮັກ​ສາ​ຢ່າງ​ສຸດ​ຂີດ​ ແລະ ​ຍຶດ​ໝັ້ນ​ຢ່າງ​ຍາວ​ນານ ທັງ​ເສີມ​ຂະ​ຫຍາຍ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ຍຸກ​ໃໝ່​.


    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ໄດ້ຊີ້​ໃຫ້​ເຫັນວ່າ: ຢ່າລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ ​ຈິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຸດທ້າຍ. ພັກ​ກອມ​ມູ​ນິດ​ຈີນ​ມີ​ອຸ​ດົມ​ການ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຖາ​ວອນ​ຂອງ​ຊົນ​ຊາດ​ຈີນ, ການ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​ຮ້ອຍ​ປີ​ພໍ​ດີ​ແມ່ນ​ໄລ​ຍະ​ທີ່​ດີ​ງາມ! ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ພັກ​ໄດ້​​ໃຫ້​ບົດຕອບ​ທີ່​ດີ​ງາມ​​ແກ່​ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ. ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ກໍ່ໄດ້​ສືບ​ຕໍ່ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ເດີນ​​ຜ່ານ​ການ​ທົດ​ສອບ​ຂອງ​ໄລ​ຍະ​ທາງ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີ​ເຫດ​ການ​ທີສອງ. ທົ່ວ​ພັກ​ຕ້ອງ​ຈື່​ຈຳໃຫ້​ແໜ້ນ​ກ່ຽວ​ກັບບັນ​ຫາ​ພື້ນ​ຖານ​ທີ່​ວ່າ ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ຫຍັງ ແລະ ຈະ​ເຮັດ​ຫຍັງ, ກຳ​ແໜ້ນ​ທ່ວງທ່າ​ຂະ​ຫຍາຍ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ, ເດັດ​ດ່ຽວ​ອຸ​ດົມ​ການ ແລະ ຄວາມ​ເຊື່ອ​ຖື, ຈື່​ຈຳ​ອຸ​ດົມ​ການ​​ແຕ່​ຫົວ​ທີ ແລະ ​ພາ​ລະ​ກຳ,​ ເວ​ລາ​ໃດ​ກໍ​ຕ້ອງມີ​ຄວາມ​ຖະ​ໜອມ​ຖ່ອ​ມ​ຕົວ ສຸ​ຂຸມ​ຮອບ​ຄອບ ບໍ່​ອວດ​ອົ່ງ​ ບໍ່​ຟ້າ​ວ​ຟັ່ງ ແລະ ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ສ່ຽງ​ໃດໆ, ບໍ່​ສັບ​ສົນ​ຍ້ອນ​ຖືກ​ສິ່ງ​ລົບ​ກວນ​ໃດໆ, ເດັດ​ຂາດ​ບໍ່​ເກີດ​ມີ​ຄວາມ​ຜິດ​ພາດ​ລັກ​ສະ​ນະ​ພິກ​ປິ້ນ​ໃນ​ບັນ​ຫາ​ຂັ້ນ​ພື້ນ​ຖານ, ບຸກ​ບຶນ​ສູ້​ຊົນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ດ້ວຍ​ຄວາມ​ອົດ​ທົນ​ຄືກັນ​ກັບ​ຕົ້ນ​ໄຜ່​ຢັ່ງ​ຮາກ​ເລິກ​ຢູ່ຫຼືບ​ຫີນ​ຢ່າງ​ໝັ້ນ​ໜຽວ​ດັ່ງກອນ​ບູ​ຮານ​ຈີນ​ທີ່​ວ່າ “ຍຶດເກາະພູຂຽວໄວ້​ບໍ່ປ່ອຍວາງ”, ມີ​ສະ​ຕິ​ຕື່ນ​ຕົວຢ່າງ​ຈະ​ແຈ້ງ​ດັ່ງ​ຄຳ​ສຸ​ພາ​ສິດ​ຈີນ​ທີ່​ວ່າ “ເດີນ​ທາງ 100 ​​ລີ້, ສຳ​ເລັດ 90 ​ລີ້​ແລ້ວ​ກໍ​ຍັງ​ສ່ຳ​ວ່າ​ ຫາ​ກໍ​ຮອດ​ເຄິ່ງ​ທາງ” ເພື່ອຊຸກ​ຍູ້​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​  ປ​ະ​ຊາ​ຊາດ​ຈີນຢ່າງ​ບໍ່​ລົດ​ລະ.


    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ ​ໄດ້​ເນັ້ນ​ວ່າ: ທົ່ວ​ພັກ​ ຕ້ອງ​ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ ແນວ​ຄິດ​​ເໝົາເຈີ​ຕຸ່ງ ທິດ​ສະ​ດີ​ເຕີ້ງ​ສຽວ​​ພິງ, ແນວຄິ​ດ​ສຳ​ຄັນ “3 ​ຕົວ​ແທນ”, ​ທັດ​ສະ​ນະພັດ​ທະ​ນາ​​ຕາມຫຼັກ​ວິ​ທະ​ຍາ​ສາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​​ຄິດ​​​ສີ​ຈິ້ນ​ຜິງ​ ກ່ຽວ​ກັບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ຢ່າງ​ຮອບ​ດ້ານ, ນຳ​ເອົາ​ຫຼັກ​ໝັ້ນ ທັດ​ສະ​ນະ ແລະ ວິ​ທີ​ຂອງລັດ​ທິ​ມາກ​​ມາ​ສັງ​ເກດ​ຍຸກ​ສະ​ໄໝ ກຳ​ແໜ້ນ​ຍຸກ​ສະ​ ໄໝ ແລະ ນຳ​ພາ​ຍຸ​ກ​ສະ​ໄໝ, ລົງ​ເລິກ​ຄວາມ​ຮັບ​ຮູ້​ຕໍ່​ກົດ​ເກນ​ກຳ​ອຳ​ນາດ​ຂອງ​ພັກ​ກອມ​ມູ​ນິດ ກົດ​ການ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ ແລະ​ ກົດ​ເກນ​ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕ້ອງ​ຍຶດ​ໝັ້ນ​ທິດ​ສະ​ດີ​ພື້ນ​ຖານ ແນວ​ທາງ​ພື້ນ​ຖານ ​ແລະ​ ຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ,  ເພີ່ມ​ທະ​ວີ “4 ສະ​ຕິ”, ຍຶດ​ໝັ້ນ ​“4 ຄວາມ​ໝັ້ນໃຈຕົນ​ເອງ”​, ປະ​ຕິ​ບັດ “2 ປົກ​​ປັກ​ຮັກ​ສາ”, ຍຶດ​ໝັ້ນ​ທັດ​ສະ​ນະ​ຄວາມ​ເປັນ​ລະ​ບົບ, ຊຸ້​ກ​ຍູ້ແຜນ​ຍຸດ​ທ​ະ​ສາດ​ລວມ “​ການ​ພັດ​ທະ​ນາ​ພາ​ລະ​ກິດ 5 ດ້ານ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ”​ (ການ​​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ) ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຊຸ້ກ​ຍູ້ແຜນຍຸດ​ທະ​ສາດ “4 ຮອບ​ດ້ານ”​​ (ສ້າງປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອ​ບ​ດ້ານ, ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ ແລະ ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ) ໃຫ້​ສາ​ມາດ​ປະ​ສານ​ສົມ​ທົບ​ກັນ, ເລີ່ມຕົ້ນ​ຈາກ​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດການ​ພັດ​ທະ​ນາ​ອັນ​ໃໝ່, ສ້າງ​ສະ​ພາບກ​ານ​ພັດ​ທະ​ນາ​ອັນໃໝ່, ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ລົງ​ເລິກ​ການ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ຊຸກ​ຍູ້​ການ​ເພິ່ງ​ຕົນ​ເອງ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ໃນ​ດ້ານວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີ, ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທົ່ວ​​ຂັ້ນ​ຕອນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ຍຶດ​ໝັ້ນການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​​ລະ​ບົບຄ່າ​ນິ​ຍົມຕົ້ນ​ຕໍສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ​ການ​ຮັບ​ປະ​ກັນ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ຍຶດ​ໝັ້ນ​​ການ​ເຮັດໃຫ້​ມະ​ນຸດ  ແລະ ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​, ປະ​ສົມ​ປະ​ສານ​ການ​ພັດ​ທະ​ນາ​ກັບ​ຄວາມ​ໝັ້ນ​ຄົງ ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ເລັ່ງ​ລັດ​ການ​ສ້າງ​ການ​ປ້ອງ​ກັນ​ປະ​ເທດ ແລະ​​ ກອງ​ທັບ​ໃຫ້​ທັນ​ສະ​ໄໝ, ຮ່ວມກັນ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີຂຶ້ນ ປະ​ເທດ​ເຂັ້ມ​ແຂງ ແລະ ​ດິນ​ແດນສວຍ​ງາມ.


    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ໄດ້​ເນັ້ນ​ວ່າ: ທົ່ວ​ພັກຕ້ອງຮັດ​ແໜ້ນ​ການພົວ​ພັນ​ກັບ​ປະ​ຊາ​ຊົນ​ແບບ​ກາຍ​​ອິນ​ຊີ​ຕະ​ຫຼອດ​ໄປ, ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ອັນ​ໄພ​ສານ​ທີ່​ສຸດ​ໄດ້​ປາ​ກົດ​ຜົນ​ເປັນ​ຈິງໃຫ້​ດີ​ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃຫ້​ດີ ​ແລະ​ ໄດ້​ຮັບ​ການພັດ​ທະ​ນາ​ໃຫ້​ດີ​ຢ່າງ​ບໍ່​ຢຸດຢັ້ງ, ສາ​ມັກ​ຄີ​ ແລະ ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ສູ້​ຊົນ​ເພື່ອ​ຊີ​ວິດ​ທີ່​ດີ​ງາມ​ຢ່າງ​ບໍ່​ຢຸດ​ຢັ້ງ. ທົ່ວ​ພັກ​ຕ້ອງຈື່​ຈຳຄຳ​ບູ​ຮານ​ທີ່​ວ່າ “ລອດ​ຕົວ​ຍ້ອນ​ມີ​ສະ​ຕິ​ລະ​ວັງ​ຕົວ, ຕາຍ​ຍ້ອນ​ຫຼົງ​ໄຫຼນຳຄວາມ​ສະ​ໜຸກ”, ຕ້ອງ​ມີສະ​ຕິ​ຫ່ວງ​ໃຍ​ເຖິງ​ໄລ​ຍະ​ຍາວ​​ໄກ, ຍາມ​ສະ​ຫງົບກໍ​ຕ້ອງ​ຄຳ​ນຶງ​ເຖິງ​ໄພ, ສືບ​ຕໍ່​ຊຸກ​ຍູ້​ໂຄງ​ການ​ຍິ່ງ​ໃຫຍ່​ອັນ​ໃໝ່​ໃນ​ການ​ກໍ່​ສ້າງ​ພັກ​ໃນ​ຍຸກ​ໃໝ່, ຍຶດ​ໝັ້ນ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ຍຶດ​ໝັ້ນ​ໃນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ແບບ​ແຜນ​ທີ່ດີຂອງ​ພັກ​ ​ ການປົກຄອງແບບປອດ​ໃສ​ຂາວ​ສະ​ອາດ ແລະ ​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດບັງຫຼວງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ເຮັດ​ໃຫ້​ໄດ້​ເຖິງ​ຂັ້ນ​ວ່າ ຫຍຸ້ງ​ຍາກ​ແນວ​ໃດ​ກໍ​ຜ່ານ​ຜ່າ​ໄດ້, ກົດ​ດັນ​ແນວ​ໃດ​ກໍ​ສູ້​ທົນ​ໄດ້, ຊຸກ​ຍູ້​ພາ​ລະ​ກິດການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໃຫ້​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ.


    ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ໄດ້ຕົກ​ລົງວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ທ້າຍ​ປີ 2022. ກອງ​ປະ​ຊຸມ​ຄົບ​ຄະ​ນ​ະ​ເຫັນ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 20 ຂອງ​ພັກ​ເປັນກອງ​ປະ​ຊຸມ​ໃຫຍ່​ທີ່​ສຳ​ຄັນ​ທີ່​ສຸດ​ຄັ້ງ​ໜຶ່ງ​ ທີ່​ພັກ​ເຮົາ​ໄຂ​ຂຶ້ນ​ໃນ​ເວ​ລາ​ອັນ​ສຳ​ຄັນ ​ທີ່​ພວມກ້າວ​ເຂົ້າ​ສູ່​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ ແລະ​​ ເຂົ້າ​ສູ່​ການ​ເດີນ​ທາງ​ຄັ້ງ​ໃໝ່​ແຫ່ງ​ການ​ມຸ່ງ​ໜ້າສູ່​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີເຫດ​ການ​ທີສອງ, ເປັນ​ເຫດ​ການ​ສຳ​ຄັນ​ໜຶ່ງ​ໃນ​ຊີ​ວິດ​ການ​ເມືອງ​ຂອງ​ພັກ ​ແລະ ​ປະ​ເທດ​ຊາດ. ທົ່ວ​ພັກ​ຕ້ອງ​ສາ​ມັກ​ຄີ ​ແລະ ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຜ່ານ​ຜ່າ​ອຸ​ປະ​ສັກ​ ແລະ ​ຄວາມ​ຫຍຸ້ງ​ຍາກ, ບຸກ​ບືນ​ສູ້​ຊົນ​ກ້າວ​ໄປ​ໜ້າ, ປະ​ກອບ​ສ່ວນ​ອັນ​ໃໝ່ທີ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ແລະ ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອ​ງ​ຈີນ​ ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ​ສ້າງ​ຜົນ​ງານ​ອັນ​ດີ​ເດັ່ນ​ເພື່ອຄຳ​ນັບ​ຮັບ​ຕ້ອນກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 20 ຂອງ​ພັກ​.


    ສູນ​ກາງ​ພັກ​ໄດ້ຮຽກຮ້ອງ​ໃຫ້​ທົ່ວ​ພັກ ​ທົ່ວ​ກອງ​ທັບ ​ແລະ ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ ​ຕ້ອງ​ສາ​ມັກ​ຄີ​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ ສີ​ຈິ້ນ​ຜິງ ​ເປັນ​ແກນ​ກາງ, ຈັດ​ຕັ້ງ​ປ​ະ​ຕິ​ບັດ​ແນວ​ຄິດ​ສີ​ຈິ້​ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ຢ່າງ​ຮອບ​ດ້ານ, ອອກ​ແຮງ​ເຊີດ​ຊູ​ຈິດ​ໃຈ​ສ້າງ​ຕັ້ງ​ພັກ​ອັນ​ຍິ່ງ​ໃຫຍ່, ຢ່າ​ລືມ​ຄວາມ​ຍາກ​ເຂັນ ແລະ ​ຄວາມ​ສະ​ຫງ່າ​ລາ​ສີ​ໃນ​ອະ​ດີດ, ​ສົມ​ກຽດຕໍ່ການແບກ​ຫາ​ບ​ພາລະກຳ​​ໃນ​ທຸກ​ມື້​ນີ້, ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ປາ​ກົດ​ຜົນ​ເປັນ​ຈິງ​ໃນ​ອະ​ນາ​ຄົດ, ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ບຸກ​ເບີກ​ອະ​ນາ​ຄົດ, ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ອົດ​ທົນ, ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ກ້າ​ຫານ, ບຸກ​ບືນສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ​ປີ​ເຫດການ​ທີສອງ, ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ ແລະ ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ຮັບ​​ໄຊ​ຊະ​ນະ ​ແລະ ​ກຽດສະ​ຫງ່າ​ທີ່​ຍິ່ງ​ໃຫຍ່​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ນັ້ນ ຍ່ອມ​ຈະໄດ້ໄຊ​ຊະ​ນະ​ ແລະ​ ກຽດ​​ສະ​ຫງ່າທີ່​ຍິ່ງ​ໃຫຍ່ກວ່າ​ເ​ກົ່າ ​ໃນ​​ຂະ​ບວນ​ການ​ເດີນ​ທາງ​ຄັ້ງ​ໃໝ່​ໃນ​ຍຸກ​ໃໝ່ຢ່າງ​ແນ່ນອນ.

 

ຄຳ​ເຫັນ

0