秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນດ້ານປະຫວັດສາດ ທີ່ຈັດຂຶ້ນໃນໄລຍະປະຫວັດສາດທີ່ສຳຄັນ

2021-11-12 13:12:07 cri

ວັນ​ທີ 12 ພະ​ຈິກ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ແນະ​ນຳ​ກ່ຽວ​ກັບເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19.

ທ່ານ​ຫວາງ​ສຽວ​ຮຸ່ຍ, ຮ​ອງ​ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​​ສູນ​ກາ​ງ​ພັກ​ກອ​ມ​ມູ​ນິດ​ຈີນ​ກ່າວ​ວ່າ: ຜົນ​ງານ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ແມ່ນ​ໄດ້​​ຄົ້ນ​ຄວ້າພິ​ຈາ​ລະ​ນາ ແລະ​ຮັບ​ຮອງ “ມະ​ຕິຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ​ບົດ​ຮຽນ​ປ​ະ​ຫວັດ​ສາດ​ຈາກ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ” ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ທີ່​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ ແລະ​ພາ​ລະກໍ​າ​ຂອງ​ຕົນ, ສື​ບ​ທອດ​ປະ​ຫວັດ​ສາດ ແລະ​ບຸກ​ເບີກ​ອະ​ນາ​ຄົດ.

ທ່ານ​ຫວາງ​ສຽວ​ຮຸ່ຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງນີ້ ​ຍັງ​ໄດ້​ຕົກ​ລົງ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​​ຄັ້ງ​ທີ 20 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ທ້າຍ​ປີ 2022. ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 20 ​ນີ້ ເປັນກອງປະຊຸມໃຫຍ່ທີ່ສຳຄັນທີ່ສຸດຄັ້ງໜຶ່ງ ທີ່ພັກເຮົາ​ຈະໄຂຂຶ້ນໃນເວລາອັນສຳຄັນທີ່ພວມກ້າວເຂົ້າສູ່ການສ້າງປະເທດສັງ

ຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະເຂົ້າສູ່​ການ​ບຸກ​ເບີກ​ຂະ​ບວນ​ການ​ໃໝ່ ເພື່ອມຸ່ງໜ້າ​ໄປສູ່ເປົ້າໝາຍສູ້ຊົນ 100 ປີຂ​ອງເຫດການ​ປະ​ຫວັດ​ສາດ​ສຳ​ຄັນ​ປະ​ການທີສອງ, ​ເຊິ່ງເປັນເຫດການສຳຄັນ​ອັນໜຶ່ງໃນຊີວິດການເມືອງຂອງພັກ ແລະ ປະເທດຊາດ.

ເວົ້າ​ລວມ​ແລ້ວ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ເປັນ​ກອງ​ປະ​ຊຸມ​ຄັ້ງ​ໜຶ່ງ ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ດ້ານ​ປະ​ຫວັດ​ສາດ ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ. ເຊື່ອ​ວ່າ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້ ຈະ​ມີ​ຜົນ​ປະ​ໂຫຍດ​ອັນໃຫຍ່ຫຼວງ ແລະ​ເລິກ​ເຊິ່ງ​ໃຫ້​ກັບ​ການ​ຊຸ​ກ​ຍູ້​ແນວ​ຄິດ, ອຸ​ດົມ​ການ ແລະ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ທົ່ວ​ພັກ​ກອ​ມ​ມູ​ນິດ​ຈີນ, ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ ແລະນຳ​ພາ​ປະ​ຊາ​ຊົນບັນ​ດາ​ເຜົ່າໃ​ນ​ທົ່ວປະ​ເທດ​ຈີນ​ ບຸກ​ເບີກ​ອະ​ນາ​ຄົດ, ຍຶດ​ໝັ້ນ ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ໂດຍຖື​​ເອົາປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ.

 

ຄຳ​ເຫັນ

0