徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານກ່າວ​ວ່າ: ຈີນ​ແມ່ນ​ແບບ​ຢ່າງ​ທີ່​ຊຸກ​ຍູ້ກຳ​ລັງ​ໃຈ​ໃຫ້​ກັບ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ

2021-11-12 15:22:50 cri

ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານກ່າວ​ວ່າ: ຈີນ​ແມ່ນ​ແບບ​ຢ່າງ​ທີ່​ຊຸກ​ຍູ້ກຳ​ລັງ​ໃຈ​ໃຫ້​ກັບ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ_fororder_4bed2e738bd4b31c999735857f524f769f2ff8f7

 

ຕາມ​ຂ່າວCRI:ວັນ​ທີ 10 ພະ​ຈິກ​ນີ້, ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ມີ​ຫົວ​ຂໍ້ວ່າ “ແຕ່​ລະ​ຄົນນຳ​ໃຊ້​ບຼອດ​ແບນ”ທີ່​​ຂຶ້ນ​ຮ່ວມກັບ​ໂດຍ​ກົມ​ຄຸ້ມ​ຄອງ​ໂທ​ລະ​ຄົມ​ປາ​ກີ​ສະ​ຖານ​ຫຼື PTA ແລະ​ບໍ​ລິ​ສັດ​​ເຕັກ​ໂນ​ໂລ​ຊີ​ຮ​ວາ​ເຫວີຍ​ຈຳ​ກັດ, ທ່ານ​ອາ​ຣິ​ຟ ອາ​ວີ, ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ກ່າວ​ວ່າ: ການ​ພັດ​ທະ​ນາ​ຂອງ​ປາ​ກີ​ສະ​ຖານ​ກ່ຽວ​ພັນ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ທຸກ​ພາກ​ສ່ວນ, ພາຍ​ໃຕ້ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ການ​ບໍ​ລິ​ການ​ຂອງ​​ບຼອດ​ແບນ​ຍິ່ງ​ມີ​ຄວາມ​ສຳ​ຄັນເພີ່ມ​ຂຶ້ນ​ຫຼາຍ​ເທົ່າ.

 

ທ່ານ​ອາ​ຣິ​ຟ ອາ​ວີ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ປະ​ກອບ​ສ່ວນ​ຂອງການ​ຄຸ້ມ​ຄອງ​ໂທ​ລະ​ຄົມ​ປາ​ກີ​ສະ​ຖານ​ຫຼື PTA ແລະ​ບໍ​ລິ​ສັດ​​ເຕັກ​ໂນ​ໂລ​ຊີ​ຮ​ວາ​ເຫວີຍ​ຈຳ​ກັດ, ຫວັງ​ວ່າສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ສົນ​ທະ​ນາ​ກັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ​​ບຼອດ​ແບນ, ເພື່ອ​ເລັ່ງ​ລັດ​ການ​ຫັນ​ເປັນ​ໃຍແກວ​ນຳ​ແສງ​ແລະ​ການ​ບໍ​ລິ​ການ 5G ຢູ່​ປາ​ກີ​ສະ​ຖານ. ທ່ານ​ອາ​ຣິ​ຟ ອາ​ວີ​ຍັງ​ກ່າວ​ວ່າ, ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ​ແມ່ນ​ແບບ​ຢ່າງ​ທີ່​ຊຸກ​ຍູ້ກຳ​ລັງ​ໃຈໃຫ້​ກັບ​ຂົງ​ເຂດ​ນີ້.

ຄຳ​ເຫັນ

0