李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ເສຍ​ຊີ​ວິດ​ຂອງ​ຜູ້​ເປັນ​ພະ​ຍາດ​ເບົາ​ຫວານທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ທະ​ວີບ​ອາ​​ຟ​ຣິ​ກາ ​ມີຫຼາຍກວ່າ 10%

2021-11-12 14:50:07 cri

ອັດ​ຕາ​ເສຍ​ຊີ​ວິດ​ຂອງ​ຜູ້​ເປັນ​ພະ​ຍາດ​ເບົາ​ຫວານທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ທະ​ວີບ​ອາ​​ຟ​ຣິ​ກາ ​ມີຫຼາຍກວ່າ 10%_fororder_feizhou

ວັນ​ທີ 11 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສຳ​ນັກ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​​ຟ​ຣິ​ກາ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ທາງ​ອອນ​ລາຍ​ ຢູ່​ນະ​ຄອນ​ຫຼວງບ​ລາ​ຊາ​ວິນ ຂອງ​ສາ​ທາ​ລະ​ນະ​ລັດ​ກົງ​ໂກ.

ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ຂ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ​ປະ​ຊາ​ກອນ​ອາ​​ຟ​ຣິ​ກາມີພຽງ 6,6% ໄດ້​​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ. ຍ້ອນ​ອັດ​ຕາ​ສັກ​ວັກ​ຊີນຍັງ​ບໍ່ທັນ​ສູງ, ກຸ່ມ​ຄົນ​ທີ່​ມີ​ພະ​ຍາດ​​ປະ​ຈຳ​ໂຕ​ຕ່າງໆ ​ເຊັ່ນ: ພະ​ຍາດ​ເບົາ​ຫວານ​ແລະ​ອື່ນໆ, ​ຖ້າ​ຫາກ​ຕິດ​ເຊື້​ອ​ພະ​ຍາດ​ໂຄວິດ-19 ແລ້ວ, ກໍ່​ຈະ​ປະ​ເຊີນ​ກັບ​ຄວາມ​ສ່ຽງຫຼາຍ​ທີ່​ຈະ​ເສຍ​ຊີ​ວິດ. ອີງ​ຕາມ​ການ​ສຳ​ຫຼວດ​ແລະ​ການ​ຄົ້ນ​ຄວ້າ​ຢູ່ 13 ປະ​ເທດ​​ອາ​​ຟ​ຣິ​ກາ, ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ເປັນ​ພະ​ຍາດ​ເບົາ​ຫວານທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້ກວມຫຼາຍກວ່າ 10%, ສ່ວນ​ອັດ​ຕາ​ເສຍ​ຊີ​ວິດ​ສະ​ເລ່ຍ​ຂອງ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ທະ​ວີບ​​ອາ​​ຟ​ຣິ​ກາ​ແມ່ນ 2,5%.

ຄຳ​ເຫັນ

0