ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 11 ພະຈິກນີ້, ໃນກອງປະຊຸມຂ່າວປະຈຳທີ່ຈັດໂດຍກະຊວງການຄ້າຈີນ, ມີສື່ມວນຊົນຖາມວ່າ, ບົດລາຍງານທີ່ຄະນະກຳມະການການຄ້າອາເມຣິກາ-ຈີນໄດ້ສະແດງໃຫ້ເຫັນວ່າ: ປີ 2020, ສຳລັບເຂດເລືອກຕັ້ງລັດຖະສະພາອາເມຣິກາ 64% ໄດ້ສົ່ງສິນຄ້າໄປຂາຍຢູ່ປະເທດຈີນ ລ້ວນແຕ່ມີການເຕີບໂຕເມື່ອທຽບໃສ່ປີ 2019, ແລະການສົ່ງອອກສິນຄ້າໄປສູ່ປະເທດຈີນກໍ່ໄດ້ເຮັດໃຫ້ຫຼາຍຂະແໜງການຂອງອາເມຣິກາໄດ້ຮັບຜົນປະໂຫຍດ. ກະຊວງການຄ້າຈີນຕີລາຄາແນວໃດຕໍ່ກັບເລື່ອງນີ້?
ຕໍ່ກັບເລື່ອງນີ້, ທ່ານນາງ ຊູ້ຈົວທີງ ໂຄສົກກະຊວງການຄ້າຈີນໄດ້ແນະນຳວ່າ, ບົນພື້ນຖານການຄ້າຈີນ-ອາເມຣິກາປີ 2020 ສາມາດຮັກສາທ່ວງທ່າການເຕີບໂຕ, ແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ມູນຄ່າການຄ້າສອງຝ່າຍໄດ້ມີຈັງຫວະເຕີບໂຕອ່າວໄວ, ເຊິ່ງໄດ້ເຕີບໂຕ 23,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ໃນນັ້ນ, ການນຳເຂົ້າສິນຄ້າຈາກອາເມຣິກາໄດ້ເຕີບໂຕ 28,9%, ການສົ່ງອອກສິນຄ້າສູ່ອາເມຣິກາໄດ້ເຕີບໂຕ 21,8%. ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ, ເສດຖະກິດສອງປະເທດໄດ້ຊ່ວຍຊູຍູ້ໜູນກັນໃນລະດັບສູງ, ການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດແລະປະຊາຊົນສອງຊາດ, ທັງມີຜົນດີຕໍ່ການຟື້ນຟູເສດຖະກິດໂລກ.
ຄຳເຫັນ
0