秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີການສະຫຼຸບ ແລະອະທິບາຍໃໝ່ ກ່ຽວກັບ ແນວຄິດສີຈິ້ນຜິງວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ເຊິ່ງເປັນຈຸດເດັ່ນ ແລະການປະກອບສ່ວນທີ່ສຳຄັນຂອງ“ມະຕິຂອງສູນກາງພັກກອມມູນິດຈີນກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ”

2021-11-12 17:00:52 cri

ວັນ​ທີ 12 ພະ​ຈິກ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ແນະ​ນຳ​ກ່ຽວ​ກັບເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19.

ທ່ານ​ຫວາງ​ສຽວ​ຮຸ່ຍ, ຮ​ອງ​ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​​ສູນ​ກາ​ງ​ພັກ​ກອ​ມ​ມູ​ນິດ​ຈີນ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້ມີກ​າ​ນ​ສະຫຼຸບ ແລະ​​ອະ​ທິ​ບາຍໃໝ່​​ກ່ຽວ​ກັ​ບແນວຄິດສີຈິ້ນຜິງວ່າ​ດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ​ເຊິ່ງເປັນ​ຈຸດ​ເດັ່ນ ແລະ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ໃນ “ມະ​ຕິຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ​ບົດ​ຮຽນ​ປ​ະ​ຫວັດ​ສາດ​ຈາກ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ”. ໃນ​ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້, ມີ​ເນື້ອ​ໃນ​ທີ່​ວ່າ: “ແນວຄິດສີຈິ້ນຜິງວ່າ​ດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນລັດທິມາກແບບຈີນໃນຍຸກປັດຈຸບັນ, ລັດທິມາກໃນ​ສັດຕະວັດທີ 21, ເປັນຫົວກະທິ​ຂອງຍຸກສະໄໝຂອງວັດທະນະທຳຈີນ ແລະ ຈິດໃຈຈີນ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ຈາກລັດທິມາກຫັນເປັນແບບຈີນ. ” ເນື້ອ​ໃນ​ດັ່ງ​ກ່າວ ໄດ້​ອະ​ທິ​ບາຍເນື້ອ​ໃນ​ທິດ​ສະ​ດີ ແລະ​ຄວາມ​ໝາຍ​ສຳ​ຄັນ​ຂອງແນວຄິດສີຈິ້ນຜິງວ່າ​ດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ໄດ້​ຢຶນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ແນວ​ຄິດ​ດັ່ງ​ກ່າວ​ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ລັດ​ທິ​ມາກ ແລະ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາວັດ​ທະ​ນະ​ທຳ​ຈີນ.

 

ຄຳ​ເຫັນ

0