李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວ​ວ່າ: ການ​ກະ​ທຳ​ໃນ​ທຸກ​ຮູບ​ແບບທີ່​ທ້າ​ທາຍ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ, ສະ​ກັດ​ກັ້ນ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ແຫ່ງ​ຊາດ​ຈີນ ລ້ວນ​ແຕ່​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ

2021-11-12 14:55:45 cri

ວັນ​ທີ 10 ພະ​ຈິກ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ, ທ່ານ​ ອັນ​ໂທ​ນີ, ບ​ລິນ​ເຄັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິ​ກາໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ ຈະ​ຮັບ​ປະ​ກັນ​ໃຫ້​ໄຕ້​ຫວັນ​ມີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ​ເອງໄດ້, ແລະ​ກ່າວ​ວ່າ, ຫຼາຍ​ປະ​ເທດ​​ຖື​ເອົາການ​ໃຊ້​ກຳ​ລັງ​ອາ​ວຸດ​ແຕ່​ຝ່າຍ​ດຽວ​ໄປ​ທຳ​ລາຍ​ສະ​ພາບ​ໃນ​ປັດ​ຈຸ​ບັນ ເປັນ​ໄພ​ຂົ່ມ​ຂູ່​ອັນໃຫຍ່​ຫຼວງ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​​ໝັ້ນ​ຄົງ.

ວັນ​ທີ 11 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ, ຖ້ອຍ​ຄວາມ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ, ແລະ​ກໍ່​ໄດ້​ຝ່າ​ຝືນ​​ເນື້ອ​ໃນ​ຈິດ​ໃຈ​ຂອງກົດ​ໝາຍ​ສາ​ກົນ. ມີ 180 ປະ​ເທດ​ໃນ​ໂລກ​ໄດ້​ຮັບ​ຮອງ​ແລະສະ​ໜັບ​ສະ​ໜູນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ, ​ ປະ​ຊາ​ຄົມ​ໂລກ​ໄດ້​ຍຶດ​ໝັ້ນ​ໃນຫຼັກ​ການ​ປະ​ເທດ​ຈີນ​ດຽວ​​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຄວາມ​ເປັນ​ເອ​ກະ​ພາບ​ແຫ່ງ​ຊາດ​ຂອງ​ຈີນ​ແມ່ນ​ທ່າ​ອ່ຽງ​ປະ​ຫວັດ​ສາດ​ທີ່​ກີດ​ຂວາງ​ບໍ່​ໄດ້. ການ​ກະ​ທຳ​ໃນ​ທຸກ​ຮູບ​ແບບທີ່​ທ້າ​ທາຍ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ, ສະ​ກັດ​ກັ້ນ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຈີນ ລ້ວນ​ແຕ່​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0