徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຍີ່​ປຸ່ນປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍ​ລົງ​ທະ​ເລ​ເຮັດ​ໃຫ້​ມີ​ຄວາມ​ອັນ​ຕະ​ລາຍ​ຕໍ່​ທະ​ເລທົ່ວ​ໂລກ ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ຜິດ​ພາດ​ນັ້ນ

2021-11-12 15:18:57 cri

​ຍີ່​ປຸ່ນປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍ​ລົງ​ທະ​ເລ​ເຮັດ​ໃຫ້​ມີ​ຄວາມ​ອັນ​ຕະ​ລາຍ​ຕໍ່​ທະ​ເລທົ່ວ​ໂລກ ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ຜິດ​ພາດ​ນັ້ນ_fororder_0df3d7ca7bcb0a4624aa9543859ea22c6960afc2

 

   ຕາມ​ຂ່າວCRI:ຂ່າວ​ສານ​ກຽວ​ໂຕ​ໄດ້​ລາຍ​ງານ​ວ່າ, ນັກ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊູ​ຄູ​ບາ​ຍີ່​ປຸ່ນ​ໄດ້​ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າ​ໂດຍ​ຊີ້​ອອກວ່າ: ຊີ​ເອ​ສ ຫຼື ຊີ​ຊຽມ 137 ເຊິ່ງ​ເປັນສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ທີ່​ຖືກ​ປ່ອຍ​ລົງ​ສູ່​ທະ​ເລ​ໃນ​ເຫດ​ການ​ເຂື່ອນ​ໄຟ​ຟ້າ​ນິວ​ເຄຼຍ​ເກາະ​ຟູ​ຄູ​ຊີ​ມາ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ 2011 ເຊິ່ງໄດ້​ໄຫຼ​ໄປ​ຮອດ​ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ​ຂອງ​ອາ​ເມ​ຣິ​ກາ​ແລ້ວ​ແລະ​ສ່ວນ​ໜຶ່ງໄດ້​ໄຫຼ​ໄປ​ທາງ​ພາກ​ເໜືອ, ຜ່ານ​ທະ​ເລ​ເບີ​ຣີງ​ທີ່ຢູ່​ເໜືອ​ສຸດ​ຂອງ​ອາ​ຊີ​ປາ​ຊີ​ຟິກ, ຄາດ​ວ່າປະ​ມານ 7 ຫາ 8 ປີ​ຈະ​ໄຫຼ​ຄືນ​ສູ່ຝັ່ງ​ທະ​ເລ​​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຍີ່​ປຸ່ນ. ພ້ອມ​ກັນ​ນັ້ນ, ຢູ່ມະ​ຫາ​ສະ​ໝຸດ​ອາກ​ຕິກກໍ​ໄດ້ກວດ​ພົບ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຊີ​ຊຽມ 137 ທີ່​ຖືກ​ຮົ່ວ​ອອກ​ຈາກ​ເຫດ​ການ​ນິວ​ເຄຼຍ​ຟູ​ຄູ​ຊີ​ມາ.

 

   ​ວັນ​ທີ 11 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊ​ວງການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໃໝ່​ວ່າ​ການ​ຊຳ​ລະ​ແກ້​ໄຂ​ສານ​ປົນ​ເປື້ອນ​ລັງ​ສີນິວ​ເຄຼຍ​ຟູ​ຄູ​ຊີ​ມາ​ຂອງ​ຍີ່​ປຸ່ນ​ກ່ຽວ​ພັນ​ກັບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທາງ​ທະ​ເລຊີ​ວະ​ພາບ​ຂອງທະ​ເລ​ທົ່ວ​ໂລກ​ແລະ​ສຸ​ຂະ​ພາບ​ຂອງຄົນ​ທົ່ວ​ໄປ, ນີ້​ບໍ່​ແມ່ນ​ເລື່ອງ​ສ່ວນ​ຕົວ​ຂອງ​ຍີ່​ປຸ່ນ​ເທົ່າ​ນັ້ນ. ພວກ​ເຮົາ​ເຕືອນ​ໃຫ້​ຍີ່ປຸ່ນ​ຕັ້ງ​ໜ້າ​ຮັບ​ຟັງ​ຄວາມ​ກັງ​ວົນ​ຂອງ​ປະ​ເທດ​ໃກ້​ຄຽງ​ແລະ​ປະ​ຊາ​ຄົມ​ໂລກ, ຄວນ​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ​ທາງທະ​ເລ​ແລະ​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ພິດ​ພາດ​ກ່ຽວ​ກັບ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ທະ​ເລ.

 

ຄຳ​ເຫັນ

0