ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນກອງປະຊຸມຂ່າວປະຈຳທີ່ຈັດຂຶ້ນໂດຍກະຊວງການຄ້າຈີນໃນວັນທີ 11 ພະຈິກນີ້, ທ່ານນາງຊູ້ຈົວທີງ ໂຄສົກກະຊວງການຄ້າຈີນກ່າວວ່າ: “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ”ຫຼື RCEP , ຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ. ປະຈຸບັນ, ວຽກງານກະກຽມດ້ານຕ່າງໆພາຍໃນປະເທດຈີນເພື່ອປະຕິບັດຕາມສັນຍາ RCEP ແມ່ນຮຽບຮ້ອຍແລ້ວ, ຈີນຮັບປະກັນໄດ້ວ່າຈະສາມາດປະຕິບັດຕາມພັນທະຢ່າງຮອບດ້ານໄດ້ໃນເວລາທີ່ສັນຍາມີຜົນບັງຄັບໃຊ້.
ທ່ານນາງຊູ້ຈົວທີງໄດ້ແນະນຳໃຫ້ຮູ້ວ່າ: ກະຊວງການຄ້າຈີນຈະຊຸກຍູ້ວຽກງານການປະຕິບັດສັນຍາຫຼັງສັນຍາມີຜົນບັງຄັບໃຊ້ຢ່າງໜັກແໜ້ນ, ຊີ້ນຳທ້ອງຖິ່ນຕ່າງໆໃຫ້ເຊື່ອມຈອດກັນກັບນະໂຍບາຍ RCEP ຢ່າງເລິກເຊິ່ງໂດຍອີງຕາມເອກະລັກແລະທ່າແຮງຂອງຜະລິດຕະພັນຂອງທ້ອງຖິ່ນຕົນ, ກຳໂອກາດເປີດກວ້າງຕະຫຼາດ RCEP , ເຮັດໃຫ້ການຄ້າແລະການລົງທຶນມີການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ການຍົກລະດັບການຜະລິດ, ຊຸກຍູ້ໃຫ້ຕ່ອງໂສ້ການຜະລິດລະຫວ່າງຈີນກັບບັນດາປະເທດສະມາຊິກເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະຍົກລະດັບສະພາບແວດລ້ອມການເຮັດທຸລະກິດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຄຳເຫັນ
0