秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປລາວໄດ້ມີໂຮງໝໍລັດທີ່ໃຫຍ່ແລະທັນສະໄໝທີ່ສຸດ

2021-11-12 16:20:20 cri

ສປປລາວໄດ້ມີໂຮງໝໍລັດທີ່ໃຫຍ່ແລະທັນສະໄໝທີ່ສຸດ_fororder_01

 

ໂຮງໝໍມະໂຫສົດທີ່ໄດ້ຮັບການຊວ່ຍເຫຼືອກໍ່ສ້າງຈາກສປຈີນໄລຍະທີໜຶ່ງໄດ້ສ້າງສໍາເລັດແລະໃນວັນທີ11 ພະຈິກ 2021, ໄດ້ມີພິທີມອບ-ຮັບຢ່າງເປັນທາງການ,ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ແລະຊ່ວຍເຫຼືອຂະແໜງການສາທາລະນະສຸກໂດຍສະເພາະໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແລະການຮ່ວມມືຮອບດ້ານກໍຄືຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ນັບມື້ນັບແໜ້ນແຟ້ນກວ່າເກົ່າ. ທັງນີ້, ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ຮຽກຮ້ອງບັນດາພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນປະກອບສ່ວນເຮັດໃຫ້ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ແລ້ວຕາມກໍານົດເວລາ.

ສປປລາວໄດ້ມີໂຮງໝໍລັດທີ່ໃຫຍ່ແລະທັນສະໄໝທີ່ສຸດ

ໂຄງການດັ່ງກ່າວຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ,ສະເພາະໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີໜຶ່ງປະກອບມີຕຶກອາຄານ8ຊັ້ນແລະ4ຊັ້ນ,ໃນເນື້ອທີ່ທັງໝົດ5ເຮັກຕາກ່ວາ,ສ່ວນເນື້ອທີ່ກໍ່ສ້າງກວມເອົາ3ເຮັກຕາກ່ວາ,ພາຍໃນຕຶກອາຄານ8ຊັ້ນ,ປະກອບມີຫ້ອງຮັບ-ຈ່າຍຢາ,ຫ້ອງອາຫານ,ຫ້ອງປະຊຸມ,ຮ້ານສະດວກຊື້ແລະອື່ນໆ.ສະເພາະຊັ້ນທີ 2ຫາຊັ້ນທີ8ແມ່ນຫ້ອງສໍາລັບຮອງຮັບປິ່ນປົວຄົນເຈັບ,ຊັ້ນທີ8ແມ່ນຫ້ອງປິ່ນປົວພິເສດ(ວີໄອພີ).ພິເສດຊັ້ນດາດຟ້າຂອງ ອາຄານຕຶກ4ຊັ້ນຍັງໄດ້ສ້າງເປັນບ່ອນຈອດຍົນເອລີຄອບແຕທີ່ມາສົ່ງຄົນເຈັບສຸກເສີນໄດ້ຕື່ມອີກ.ນີ້ແມ່ນໂຄງການຊ່ວຍເຫຼືອລ້າດ້ານສາທາລະນະສຸກທີ່ໃຫຍ່ທີ່ສຸຸດຂອງສປຈີນທີ່ມີຕໍ່ຕ່າງປະເທດ.ພາຍຫຼັງມອບ-ຮັບໂຄງການໄລຍະທີ່ໜຶ່ງແລ້ວກໍຈະສືບຕໍ່ກໍ່ສ້າງໄລຍະທີສອງທີ່ປະກອບມີຕຶກອາຄານ5ຊັ້ນແລະ4ຊັ້ນ,ເຊິ່ງຄາດວ່າຈະໃຫ້ສໍາເລັດໃນທ້າຍປີ2022ເພື່ອມອບເປັນຂອງຂັວນໃຫ້ແກ່ຝ່າຍລາວ.

ພາຍຫຼັງກໍ່ສ້າງຕຶກອາຄານສໍາເລັດຢ່າງສົມບຸນແລ້ວ,ຝ່າຍຈີນຍັງຈະປະກອບອຸປະກອນດ້ານການແພດທີ່ທັນສະໄໝ ຄົບຊຸດແລະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວເປັນໄລຍະ3ປີເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ,ໂຮງໝໍແຫ່ງນີ້ຈະກາຍເປັນໂຮງໝໍລັດທີ່ໃຫຍ່ທີ່ສຸດ,ທັນສະໄໝທີ່ສຸດແລະປະຢັດພະລັງງານທີ່ສຸດຂອງສປປລາວ,ທັງຈະກາຍເປັນສູນກາງແຫ່ງການຮຽນ,ການສອນທາງດ້ານການແພດແລະການປິ່ນປົວທີ່ດີທີ່ສຸດ,ເພື່ອຍົກສູງຄຸນນະພາບບຸກຄາລາກອນການແພດລາວໃຫ້ສູງຂຶ້ນກວ່າເກົ່າກໍຄືຮັບປະກັນດ້ານການປິ່ນປົວໃຫ້ແກ່ປະຊາຊົນໄດ້ມີສຸຂະພາບພາລານະໄມທີ່ແຂງແຮງສົມບູນ.

ຄຳ​ເຫັນ

0