刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ໂທ​ລະ​ສັບ

2021-11-13 15:38:23 cri

 

ວັນ​ທີ 13 ພະ​ຈິກ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ສົນ​ທະ​ນາ​ກັບ​ທ່ານອັນ​ໂຕ​ນີ ບ​ລິນ​ເກັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ໂທ​ລະ​ສັບ​.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຜ່ານ​ທາງວີ​ດີ​ໂອ​ໃນ​ວັນ​ທີ 16 ພະ​ຈິກ​ນີ້. ການ​ພົບ​ປະ​ເຈ​ລະ​ຈາ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ໃຫຍ່​ໃນການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ ທັງ​ເປັນ​ເຫດ​ການ​ໃຫຍ່​ໃນ​ການ​ພົວ​ພັນ​ສາ​ກົນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊີ້​ນຳ​ນຳ​ພາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ໄປ​ຕາມ​ທິດ​ທາງ​ດຽວ​ກັນ, ກະ​ກຽມ​ໃຫ້​ດີ​ເພື່ອ​ການ​ເຈ​ລະ​ຈາ​ຄັ້ງ​ນີ້, ຮັບ​ປະ​ກັນ​ໃຫ້​ການ​ພົບ​ປະ​ເຈ​ລະ​ຈາ​ທີ່​ສຳ​ຄັນ​ຄັ້ງ​ນີ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ແລະ​ສຳ​ເລັດ​ຜົນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອ​າ​ເມ​ຣິ​ກາ​ກັບ​ຄືນ​ສູ່​ເສັ້ນ​ທາງ​​ພັດ​ທະ​ນາທີ່ປອດ​ໄສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ບ​ລິນ​ເກັນ​ກ່າວ​ວ່າ: ທົ່ວ​ໂລກ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ພົບ​ປະ​ເຈ​ລະ​ຈາ​ຜ່ານ​ທາງວີ​ດີ​ໂອ​ລະ​ຫວ່າງ​ປະ​ມຸກ​ລັດ​ອາ​ເມ​ຣິ​ກາ​-ຈີນ, ສອງ​ຝ່າຍ​ໄດ້​ກຽມ​ພ້ອມ​ຢ່າງ​ເຕັມ​ສ່ວນ. ອາ​ເມ​ຣິ​ກາ​ຫວັງ​ວ່າ​ການ​ພົບ​ປະ​ເຈ​ລະ​ຈາ​ຄັ້ງ​ນີ້ ຈະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ບົນຈິດ​ໃຈ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ສົ່ງ​ສັນ​ຍານ​ທີ່​ເຂັ້ມ​ແຂງ​ໃຫ້​ທົ່ວ​ໂລກ.

ຄຳ​ເຫັນ

0