陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນກ່າວວ່າ:ອາເມຣິກາຄວນປະຕິບັດຕໍ່ທາດແທ້ຂອງ ການພົວພັນລະຫວ່າງຈີນ-ອເມຣິການທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2021-11-13 15:40:33 cri

 ໃນກອງປະຊຸມຖະແຫຼງຂ່າວຕາມປົກກະຕິໃນວັນທີ 12 ພະຈິກນີ້,ມີນັກຂ່າວຖາມ ວ່າ,ວັນທີ 11 ພະຈິກນີ້,ທ່ານເຈກ ຊຸນລິວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງ ຊາດຂອງປະທານາທິບໍດີອາເມຣິກາໄດ້ກ່າວໃນເວລາກ່າວຄຳປາໄສວ່າ:ອາເມຣິກາຈະແຂ່ງຂັນກັບຈີນຢ່າງແຂງແຮງໃນຫຼາຍດ້ານເປັນຕົ້ນແມ່ນເສດຖະກິດແລະ ເຕັກໂນໂລຊີ,ທັງປົກປັກຮັກສາຄ່ານິຍົມຂອງຕົນ,ແຕ່ອາເມຣິກາກໍ່ຮັບຮູ້ວ່າ,ໃນອາ ນາຄົດທີ່ສາມາດຄາດຄະເນໄດ້,ປະເທດຈີນຈະກາຍເປັນປັດໄຈອັນໜຶ່ງໃນການພົວພັນສາກົນ.ການແຂ່ງຂັນກັນລະຫວ່າງອາເມຣິການກັບຈີນບໍ່ມີເຫດຜົນກາຍ ເປັນການປະທະກັນຫຼືເປັນປໍລະປັກກັນ.

 

ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: “ພວກຂ້າພະເຈົ້າຄັດຄ້ານການແຂ່ງຂັນກັນທີ່ບໍ່ຍຸຕິທຳທີ່ຖືກົດລະບຽບຂອງປະເທດຕົນເປັນກົດລະບຽບສາກົນແລະບັງຄັບໃຫ້ປະເທດອື່ນຕ້ອງປະຕິບັດຕາມ,ຄັດຄ້ານການແຂ່ງຂັນກັນທີ່ບໍ່ຍຸຕິທຳທີ່ຖືການແຂ່ງຂັນເປັນຂໍ້ອ້າງເພື່ອທຳລາຍອະທິປະໄຕຂອງປະເທດອື່ນແລະແຊກແຊງວຽກງານພາຍໃນຂອງປະເທດອື່ນ,ຄັດຄ້ານການແຂ່ງຂັນກັນທີ່ບໍ່ມີສິນທຳທີ່ຖືການແຂ່ງຂັນເປັນຂໍ້ອ້າງເພື່ອຈຳກັດການພັດທະນາຂອງປະເທດອື່ນແລະທຳລາຍຜົນປະໂຫຍດທີ່ຖືກຕ້ອງຂອງປະເທດອື່ນ.ຈີນແລະອາເມຣິກາມີທັງຄວາມເຫັນທີ່ແຕກຕ່າງກັນ,ແຕ່ກໍ່ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ.ການກຳນົດຄວາມໝາຍຂອງການພົວພັນລະຫວ່າງຈີນ-ອາເມຣິກາດ້ວຍການແຂ່ງຂັນນັ້ນ,ທັງບໍ່ສອດຄ່ອງກັບຄວາມເປັນຈິງຂອງການພົວພັນລະຫວ່າງສອງປະເທດ,ແລະກໍ່ຂັດແຍ້ງກັບນະໂຍບາຍຂອງອາເມຣິກາທີ່ມີຕໍ່ປະເທດຈີນ.”

ຄຳ​ເຫັນ

0