刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ທີ່​ມີ​ຈຸດ​ປະ​ສົງການ​ທາງ​ເມືອງໃນ​ເສດ​ຖະ​ກິດ​ໂລກ​

2021-11-13 17:22:37 cri

 

ວັນ​ທີ 12 ພະ​ຈິກ​ນີ້, ທ່ານວ​ລາດີເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການຂອງ​ຜູ້​ນຳ​ອົງ​ການ​ເສດ​ຖະ​ກິດ​ແລະ​ການ​ຮ່ວມ​ມື ອາ​ຊີ​ປາ​ຊີ​ຟິກ ຫຼື APEC ​ຄັ້ງ​ທີ 28 ຜ່ານ​ທາງວິ​ດີ​ໂອ. ທ່ານ​ກ່າວ​ວ່າ: ຣັດ​ເຊຍ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ທີ່​ມີ​ຈຸດ​ປະ​ສົງ​ທາງການ​ເມືອງໃນ​ເສດ​ຖະ​ກິດ​ໂລກ​.

ມື້​ດຽວ​ກັນ, ເວັບ​ໄຊວັງ​ແກຼມ​ແລງ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ທ່ານ​ປູ​ຕິນ​ກ່າວ​ວ່າ: ຣັດ​ເຊຍ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ຄັດ​ຄ້ານ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຍາດ​ເອົາ​ຕະຫຼາດ​ແລະ ດັບ​ສູນ​ຄູ່​ແຂ່ງ​ຂັນ. ທ່ານ​ກ່າວ​ເນັ້ນ​ວ່າ: ການ​ປົກ​ປັກ​ຮັກ​ສາ​​ໂຄງ​ປະ​ກອບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ​ເປັນ​ແກນ​ກາງ​ນັ້ນ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​​ທົ່ວປະ​ຊາ​ຄົມ​ໂລກ.

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການເສດ​ຖະ​ກິດ​ແລະ​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ 28 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວີ​ດີ​ໂອ ໂດຍ​ມີປະ​ເທດ​ນູ​ແວນ​ເຊ​ລັງທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ. ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ການ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ລະ​ຫວ່າງ​ກຸ່ມ​ເສດ​ຖະ​ກິດ​ສະ​ມາ​ຊິກ​ແລະ​ບັນ​ຫາ​ອື່ນໆ.

ຄຳ​ເຫັນ

0