黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງຈະເປີດຕະຫຼາດໃນໄວໆນີ້

2021-11-13 16:19:35 CRI

ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງໄດ້ປະກາດໃນວັນທີ 12 ພະຈິກນີ້ວ່າ: ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງຈະເປີດຕະຫຼາດນັບແຕ່ວັນທີ 15 ພະຈິກນີ້ເປັນຕົ້ນໄປ.

ນັບແຕ່ໄດ້ປະກາດສ້າງຕັ້ງຕະຫຼາດຊື້ຂາຍຫຼັກຊັບປັກກິ່ງເມື່ອວັນທີ 2 ກັນຍາປີນີ້ເປັນຕົ້ນມາ, ວຽກງານກວດກາອະນຸມັດໃຫ້ເຂົ້າຕະຫຼາດຊື້ຂາຍຫຼັກຊັບ ໄດ້ດຳເນີນຢ່າງເປັນປົກກະຕິ, ມາຮອດປັດຈຸບັນໄດ້ອະນຸມັດໃຫ້ວິສາຫະກິດທີ່ສຳເລັດການຈົດທະບຽນຊື້ຂາຍຫຸ້ນຢ່າງເປີດເຜີຍ ແລະຂັ້ນຕອນອື່ນໆ 10 ແຫ່ງສາມາດຊື້ຂາຍຫຼັກຊັບຢູ່ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງໂດຍກົງ, ອີກ 71 ແຫ່ງທີ່ໄດ້ຕາມມາດຕະຖານກໍໄດ້ສຳເລັດຂັ້ນຕອນທີ່ກ່ຽວຂ້ອງຕາມກຳນົດແລ້ວ, ຮອດເວລານັ້ນຈະມີວິສາຫະກິດ 81 ແຫ່ງເປັນວິສາຫະກິດຊຸດທຳອິດທີ່ສາມາດຊື້ຂາຍຫຼັກຊັບຢູ່ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງ.

ປັດຈຸບັນ, ລະບົບເຕັກນິກທີ່ກ່ຽວຂ້ອງຂອງຕະຫຼາດຊື້ຂາຍຫຼັກຊັບດັ່ງກ່າວໄດ້ສຳເລັດການປັບປຸງແລະຍົກລະດັບແລ້ວ, ລະບົບທີ່ກ່ຽວຂ້ອງຂອງອົງການຕ່າງໆ ເຊັ່ນ: ບັນດາບໍລິສັດຊື້ຂາຍຫຼັກຊັບ, ບັນດາບໍລິສັດກອງທຶນເປັນຕົ້ນ ຕ່າງກໍໄດ້ສຳເລັດການປັບປຸງຢ່າງຄົບຊຸດແລ້ວ. ພະແນກການຕ່າງໆ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງຕະຫຼາດຊື້ຂາຍຫຼັກຊັບປັກກິ່ງກໍໄດ້ບັນຈຸເຂົ້າຕຳແໜ່ງຢ່າງຮຽບຮ້ອຍແລ້ວ.

ຄຳ​ເຫັນ

0