黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມສາກົນກ່ຽວກັບບັນຫາລີບີໄດ້ຈັດຂຶ້ນຢູ່ປາຣີ

2021-11-13 16:17:39 CRI

ກອງປະຊຸມສາກົນກ່ຽວກັບບັນຫາລີິບີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ. ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ສະໜັບສະໜູນແຜນການຂອງລີບີທີ່ຊູກຍູ້ຂະບວນການການເມືອງ ເພື່ອສະແຫວງຫາການແກ້ໄຂວິກິດການລີບີຢ່າງຖາວອນ ແລະ ຮຽກຮ້ອງໃຫ້ກອງທັບຕ່າງປະເທດ ແລະ ທະຫານຮັບຈ້າງຈົ່ງຖອນອອກຈາກລີບີ.

ກອງປະຊຸມດັ່ງກ່າວດຳເນີນເປັນເວລາ 1 ວັນ ໂດຍມີທ່ານແອ​ມມາ​ນູ​ແອນ ມາຄຣົງ ປະທານາທິບໍດີຝຣັ່ງເປັນປະທານ. ຫຼັງກອງປະຊຸມສິ້ນສຸດລົງ, ທ່ານແອ​ມມາ​ນູ​ແອນ ມາຄຣົງ ໄດ້ກ່າວໃນພິທີຖະແຫຼງຂ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນຮ່ວມຈັດຕັ້ງໂດຍຝຣັ່ງ, ເຢຍລະມັນ, ລີບີ ແລະ ປະເທດອ້ອມຂ້າງລີບີ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງປະຊາຄົມໂລກທີ່ຫວັງແກ້ໄຂວິກິດການລີບີໂດຍຜ່ານຊ່ອງທາງການເມືອງ. ກອງປະຊຸມໄດ້ເປັນເອກະພາບກັນທີ່ສະໜັບສະໜູນການເລືອກຕັ້ງປະທານາທິບໍດີ ແລະ ລັດຖະສະພາຂອງລີບີ ແລະ ສະໜັບສະໜູນລີບີສຳເລັດການຂ້າມຜ່ານທາງການເມືອງ.

ຄຳ​ເຫັນ

0