陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການສະຫະປະຊາຊາດກ່າວວ່າ:ຄ່າໃຊ້ຈ່າຍໃນການນຳເຂົ້າສະບຽງອາຫານໃນທົ່ວໂລກຈະສ້າງສະຖິຕິສູງເທື່ອໃໝ່ໃນປະຫວັດສາດໃນປີ 2021

2021-11-13 15:39:26 cri

ວັນທີ 11 ພະຈິກນີ້,ອົງການອາຫານແລະການກະເສດຂອງອົງການສະຫະ ປະຊາຊາດຫຼືອົງການຟາວຄາດຄະເນວ່າ,ຄ່າໃຊ້ຈ່າຍໃນການນຳເຂົ້າສະບຽງອາຫານໃນທົ່ວໂລກຈະສ້າງສະຖິຕິສູງເທື່ອໃໝ່ໃນປະຫວັດສາດໃນປີ 2021,ເຊິ່ງຈະລື່ນກາຍ 1750 ຕື້ໂດລາສະຫະລັດ,ເພີ່ມຂຶ້ນຫຼາຍກວ່າປີກາຍ 14%.ສາເຫດທີ່ຄ່າໃຊ້ຈ່າຍເພີ່ມຂຶ້ນໃນເທື່ອນີ້ແມ່ນຍ້ອນລະດັບລາຄາສິນຄ້າສະບຽງອາຫານໃນການຄ້າສາກົນໄດ້ສູງຂຶ້ນໂດຍລວມພ້ອມດ້ວຍຄ່າຂົນສົ່ງກໍ່ໄດ້ເພີ່ມຂຶ້ນ 3 ເທົ່າ.

 

ບົດລາຍງານກ່າວວ່າ:ການຄ້າສະບຽງອາຫານໃນທົ່ວໂລກ “ໄດ້ສະແດງໃຫ້ເຫັນ ກຳລັງທີ່ແຂງແຮງຕໍ່ກັບປັດໄຈລົບກວນຕ່າງໆໃນໄລຍະການແຜ່ລະບາດຂອງພະ ຍາດໂຄວິດ-19”,ແຕ່ລາຄາສິນຄ້າສະບຽງອາຫານແລະພະລັງງານທີ່ເພີ່ມຂຶ້ນຢ່າງວ່່ອງໄວພັດໄດ້ສ້າງສິ່ງທ້າທາຍອັນມະຫາສານໃຫ້ກັບປະເທດແລະຜູ້ບໍລິໂພກທີ່ ທຸກຍາກ,ເຊິ່ງລາຍໄດ້ສ່ວນຫຼາຍຂອງພວກເຂົາເຈົ້າລ້ວນແຕ່ໄດ້ນຳໃຊ້ໃນດ້ານເຄື່ອງອຸປະໂພກບໍລິໂພກໃນຊີວິດປະຈຳວັນ.

 

ອົງການຟາວກ່າວເຕືອນວ່າ,ລາຄາອາຫານແລະວັດຖຸເຊື້ອໄຟສູງຂຶ້ນຈະເກີດມີຜົນສະທ້ອນຖອຍຫຼັງກັບຄືນສູ່ຄວາມທຸກຍາກຕໍ່ກັບຜູ້ບໍລິໂພກທີ່ທຸກຍາກໂດຍໄດ້ເຕືອນໃຫ້ຕ້ອງຮັກສາສະຕິລະວັງຕົວເປັນພິເສດຕໍ່ເລື່ອງນີ້.

ຄຳ​ເຫັນ

0