徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟອັ​ກຊູ​ຫາ​ອາ​ລາຣເຂດ​ຊີ່ນ​ຈ່ຽງ​ໄດ້​​ປູ​ລາງ​ສຳ​ເລັດ​ໝົ​ດ​ເລີຍ

2021-11-14 15:35:08 cri

ທາງ​ລົດ​ໄຟອັ​ກຊູ​ຫາ​ອາ​ລາຣເຂດ​ຊີ່ນ​ຈ່ຽງ​ໄດ້​​ປູ​ລາງ​ສຳ​ເລັດ​ໝົ​ດ​ເລີຍ_fororder_akesu1

ຕາມ​ຂ່າວCRI:ໃນ​ຕອນ​ບ່າຍ​ຂອງວັນ​ທີ 11 ພະ​ຈິກ​ນີ້, ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​​​ທ​າງ​ລົດ​ໄຟ​ອັກ​ຊູ​ຫາອາ​ລາ​ຣທີ່ເມືອງ​ອາ​ລາຣເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊີ່ນ​ຈ່ຽງ​, ຄຽງ​ຄູ່​ກັບ​ລາງເຫຼັກ​ຕອນສຸດ​ທ້າຍໄດ້​ຮັບ​ການ​ຕິດ​ຕັ້ງສຳ​ເລັດ​ຜົນ, ​ຢ່າງ​ໝັ້ນ​ທ່ຽງ, ​ ທາງ​ລົດ​ໄຟອັກ​ຊູ​ຫາ​ອາ​ລາຣ​ໄດ້​ຮັບ​ປູລາງ​ສຳ​ເລັດ​ໝົດ​ສາຍ​ແລ້ວ.

ທາງ​ລົດ​ໄຟອັ​ກຊູ​ຫາ​ອາ​ລາຣເຂດ​ຊີ່ນ​ຈ່ຽງ​ໄດ້​​ປູ​ລາງ​ສຳ​ເລັດ​ໝົ​ດ​ເລີຍ_fororder_akesu3ທາງ​ລົດ​ໄຟອັ​ກຊູ​ຫາ​ອາ​ລາຣເຂດ​ຊີ່ນ​ຈ່ຽງ​ໄດ້​​ປູ​ລາງ​ສຳ​ເລັດ​ໝົ​ດ​ເລີຍ_fororder_akesu2

ທາງ​ລົດ​ໄຟ​ອັກ​ຊູ​ຫາ​ອາ​ລາຣຕັ້ງ​ຢູ່​ໃນ​ດິນ​ແດນ​ຂອງ​ເຂດ​ຊີ່ນ​ຈ່ຽງ​ຈີນ, ເສັ້ນ​ທາງ​ລົດ​ໄຟ​ມີ​ຄວາມ​ຍາວ​ທັງ​ໝົດ 114,6 ກິ​ໂລ​ແມັດ, ແມ່ນ​ທາງ​ລົດ​ໄຟໃຊ້​ສຳ​ລັບ​ການ​ຂົນ​ສົ່ງຜູ້​ໂດຍ​ສານ​ແລະ​ສິນ​ຄ້າ​ຮ່ວມ​ກັນ​ລະ​ດັບ 2 ຂອງທາ​ງ​ລົດ​ໄຟ​ຈີນ, ຄວາມ​ໄວໃນ​ການ​ອອກ​ແບບ​ແມ່ນ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ໄດ້​ຕັ້ງ​ສະ​ຖາ​ນີ​ລົດ​ໄຟ 4 ແຫ່ງ​ຕາ​ມ​ທາງ. ທາງ​ລົດ​ໄຟ​​ສາຍນີ້​ໄດ້​ລົງ​ມື​ກໍ່​ສ້າງ​ໃນວັນ​ທີ 29 ເມ​ສາ​ປີ 2020 ແລ້ວ​ນີ້, ເລີ່ມ​ປູ​ລາງນັບ​ແຕ່​ວັນ​ທີ 26 ກັນ​ຍາ​ປີ 2021 ນີ້, ​ຕາມແຜນ​ຈະ​ເປີດ​ນຳ​ໃຊ້​ໃນ​ປີ 2022 ໜ້າ​ນີ້.

 

ຄຳ​ເຫັນ

0