蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອີ​ຣົບ​ພົບ​ກໍ​ລະ​ນີຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມໃໝ່ຕໍ່​ອາ​ທິດ​ຈຳ​ນວນ​ຫຼາຍກວ່າ​ທຸກ​ອາ​ທິດ​ທີ່​ຜ່ານ​ມາ WHO ເຕືອນ​ວ່າ​ອາ​ໄສ​ແຕ່​ວັກ​ຊີນບໍ່​ສາ​ມາດ​ສິ້ນ​ສຸດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ໄດ້

2021-11-14 12:33:19 CRI

     ວັນ​ທີ 12 ພະ​ຈິກນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ພະ​ຈິກນີ້, ເອີ​ຣົບ​ໄດ້​ລາຍ​ງານ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ເກືອບ 2 ລ້ານ​ກໍ​ລະ​ນີ ເຊິ່ງເປັນ​ອາ​ທິດ​ໜຶ່ງ​ທີ່ເອີ​ຣົບ​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ເພີ່ມ​ໃໝ່​ຫຼາຍ​ທີ່​ສຸດ​ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້​ນ​ມາ.

     ໃນ​ມື້​ດຽວ​ກັນ, ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໄດ້​ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ຫຼ້າ​ສຸດ​ຂອງ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຢູ່​ເອີ​ຣົບ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຢູ່​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ມີ​ອັດ​ຕາ​ສັກ​ວັກ​ຊີນ​ໂຄວິດ-19 ສູງແລະ​ນຳ​ໜ້າ​ໂລກກໍ່​ໄດ້​ປະ​ສົບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່ ເຊິ່ງ​ເປັນ​ການ​ຕັກ​ເຕືອນ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ວ່າ, ພຽງ​ແຕ່​ອາ​ໄສວັກ​ຊີນ​ເທົ່າ​ນັ້ນ​ບໍ່​ສາ​ມາດ​ສິ້ນ​ສຸດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ປະ​ເທດ​ຕ່າງໆ​ຕ້ອງ​ໃຊ້​ມາດ​ຕະ​ການ​ແບບ​ສັງ​ລວມ, ເພື່ອ​ຊອກ​ຫາ​ຄວາມ​ດຸນ​ດ່ຽງ​ກັນ​ລະ​ຫວ່າງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ.

     ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກ​ເບຼ​ເຢ​ຊຸ​ສຍັງ​ກ່າວ​ວ່າ: ພວກ​ເຮົາ​ສືບ​ຕໍ່​ມີ​ຂໍ້​ສະ​ເໜີ​ໃຫ້​ປະ​ເທດ​ຕ່າງໆ​ດຳ​ເນີນ​ການກວດ​ຫາ​ເຊື້ອ ໃສ່​ຜ້າ​ປິດ​ປາກ​ແລະ​ດັງ ຮັກ​ສາ​ຄວາມ​ຫ່າງທາງ​ສັງ​ຄົມ ຫຼີກ​ລ່ຽງ​ການ​ຊຸມ​ນຸມ​ກັນ ແລະ​ໃຊ້​ມາດ​ຕະ​ການ​ອື່ນໆ​ໂດຍ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ປະ​ເມີນ​ສະ​ພາບ​ພະ​ຍາດ​ຂອງ​ປະ​ເທດ​ຕົນ​ເລື້ອຍໆ, ແລະ​ປັບ​ປຸງ​ມາດ​ຕະ​ການ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຢ່າງ​ທັນ​ການ.

ຄຳ​ເຫັນ

0