徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການທົດ​ລອງ​ແຂ່ງ​ຂັນຮ້ອກ​ກີ້​ນ້ຳ​ແຂງພາຍ​ໃນ​ປະ​ເທດທີ່​ມີ​ຫົວ​ຂໍ້​ “ນັດພົບ​ກັນ​ຢູ່​ປັກ​ກິ່ງ” ສິ້ນ​ສຸດ​ລົງ

2021-11-14 15:34:19 cri

ການທົດ​ລອງ​ແຂ່ງ​ຂັນຮ້ອກ​ກີ້​ນ້ຳ​ແຂງພາຍ​ໃນ​ປະ​ເທດທີ່​ມີ​ຫົວ​ຂໍ້​ “ນັດພົບ​ກັນ​ຢູ່​ປັກ​ກິ່ງ” ສິ້ນ​ສຸດ​ລົງ_fororder_xiangyuebeijing

ຕາມ​ຂ່າວCRI:ໃນ​ຕອນ​ບ່າຍ​ຂອງວັນ​ທີ 13 ພະ​ຈິກ​ນີ້​, ​ການແຂ່ງ​ຂັນທົດ​ລອງ​​ຮ້ອກ​ກີ້​ນ້ຳ​ແຂງພາຍ​ໃນ​ປະ​ເທດ​ທີ່​ມີ​ຫົວ​ຂໍ້​ວ່າ “ນັດ​ພົບກັນ​ຢູ່​ປັກ​ກິ່ງ” ໄດ້​ດຳ​ເນີນ​ການ​ແຂ່ງ​ຂັນຮອບ​ຊີງ​ຊະ​ນະ​ເລີດ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ.

 

ຜ່ານການ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ, ທິມ​ຈີ​ຮູ​ປັກ​ກິ່ງ​ໄດ້​ເອົາ​ຊະ​ນະ​​ທິມ​ໂສ​ກ່າງ​ປັກ​ກິ່ງ​ດ້ວຍ​ 7 ຕໍ່ 4 ປະ​ຕູ, ທິມ​ຈີ​ຮູ​ປັກ​ກິ່ງ​ໄດ້​ເປັນ​ຜູ້​ຊະ​ນະ​ເລີດ. ​​ການແຂ່ງ​ຂັນ​ທົດ​ລອງ​ຄັ້ງ​ນີ້ເປັນການຝຶກ​ຊ້ອມ​ຢ່າງ​ຮອບ​ດ້ານ​​ກ່ອນ​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ສະ​ໜາມ​ກິ​ລາ​ແຫ່ງ​ຊາດໄດ້​ຮັບ​ການ​ດັດ​ສ້າງ​ຍົກ​ລະ​ດັບ​ໃນ​ດ້ານ​ເຄື່ອງ​ອຸ​ປະ​ກອບ​ແລະ​ດ້ານ​ອື່ນໆ, ໄດ້​ກວດ​ສອບຄວາມ​ສາ​ມາດ​ໃນດ້ານ​ຕ່າງໆ, ເຊັ່ນ: ການ​ຮັບ​ປະ​ກັນ​ດ້ານ​ການ​ແຂ່ງ​ຂັນ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ, ການຊ່ວຍ​ເຫຼືອ​ແລະການ​ປິ່ນ​ປົວ, ການ​ບໍ​ລິ​ການ​ອາ​ສາ​ສະ​ໝັກ​ແລະ​ອື່ນໆ.

 

 

ຄຳ​ເຫັນ

0