秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍລັດຂອງອາເມຣິກາຮ້າຍແຮງຂຶ້ນອີກ

2021-11-14 14:38:09 cri

ໃນ​ຫວ່າງ​ມໍ່​ໆ​ມາ​ນີ້, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ຫຼາຍລັດ​ຂອງ​ອ​າ​ເມ​ຣິ​ກາ ໄດ້​ຮ້າຍ​ແຮງຂຶ້ນ​ອີກ. ກ່ອນ​ໜ້າ​ນີ້, ບໍ​ລິ​ສັດ​ກະ​ຈາຍ​ສຽງ​ອາ​ເມ​ຣິ​ກາ ຫຼື ABC ໄດ້​ລາຍ​ງານ​ວ່າ: ໃນ​ອາ​ທິດ​ທີ່​ຜ່ານ​ມາ, ​ມີ 14 ລັດ​ຢູ່ອາ​ເມ​ຣິ​ກາ ມີກໍ​ລະ​ນີ​​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 10%. ສ່ວນ​ໃນ​ສອງ​ອາ​ທິດ​ທີ່​ຜ່ານ​ມາ, ​ມີ 22 ລັດຢູ່ອາ​ເມ​ຣິ​ກາ ມີກໍ​ລະ​ນີ​​​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ​ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 10%. ໃນ​ນັ້ນ, ຢູ່​ລັດ​ເວີ​ມອນ​ຂອງ​ອາ​ເມ​ຣິ​ກາ, ແຕ່​ວັນ​ທີ 3 ຫາ​ວັນ​ທີ 9 ພະ​ຈິກ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ເພີ່ມ​ຂຶ້ນ 42%.

ຕາມ​ຂ່າວ​ແຈ້ງວ່າ: ຢູ່​ລັດ​ເວີ​ມອນ​, ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດໂຄວິດ-19 ​ທີ່​ເພີ່ມ​ໃໝ່ ມີ​ຈຳ​ນວນ​ບໍ່​ໜ້ອຍ​ເປັນ​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸ 20 ກວ່າ​ປີ ແລະ​ຊາວ​ໜຸ່ມ​ເປັນ​ກຸ່ມ​ຄົນ​ທີ່​ມີ​ອັດ​ຕາ​ສັກ​ວັກ​ຊີນ​ໂຄ​ວິດ-19 ຕ່ຳ​ທີ່​ສຸດ​ຢູ່​ລັດ​ດັ່ງ​ກ່າວ.

ຄຳ​ເຫັນ

0