吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ໃຊ້​ມາດ​ຕະການຫຼຸດ​ອາ​ກອນແລະ​ຄ່າ​​ທຳ​ນຽມ​ຕ່າງໆ​ເພື່ອ​ຫຼຸດ​ພາ​ລະ​ຂອງ​ວິ​ສາ​ຫະກິດ​ໃຫ້​ໜ້ອຍ​ລົງ

2021-11-15 15:33:52 CRI

ຈີນ​​ໃຊ້​ມາດ​ຕະການຫຼຸດ​ອາ​ກອນແລະ​ຄ່າ​​ທຳ​ນຽມ​ຕ່າງໆ​ເພື່ອ​ຫຼຸດ​ພາ​ລະ​ຂອງ​ວິ​ສາ​ຫະກິດ​ໃຫ້​ໜ້ອຍ​ລົງ_fororder_微信图片_20211115153159

 

    ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ຈີນ​ໄດ້​​ອອກນະ​ໂຍບາຍ ​ແລະ ​​ໃຊ້​ມາດ​ຕະການຫຼຸດ​ພາສີ​ແລະ​ຄ່າ​ທຳ​ນຽມ​ຕ່າງໆ ​ເພື່ອ​ຫຼຸດ​ພາ​ລະ​ຂອງ​ວິ​ສາ​ຫະກິດ​ໃຫ້​ໜ້ອຍ​ລົງ ​ແລະ ​ເພີ່ມ​ພະລັງ​ຊີວິດ​ໃຫ້​ກັບ​ຕະຫຼາດ. ຫວ່າງ​ມໍ່ໆ​ມາ​ນີ້, ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​​ອົງ​ການ​ສ່ວ​ຍ​ສາ​ອາກອນ​ແຫ່ງ​ຊາດ​ຈີນ​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ​ໃນ​ 3 ​ໄຕ​ມາດ​ຂອງປີ​ນີ້, ​ຈຳນວນ​ການ​ຫຼຸດ​ອາ​ກອນ ແລະ ຄ່າທຳ​ນຽມ​ທີ່​ເພີ່ມ​ໃໝ່​​ໃນ​ທົ່ວປະ​ເທດ​ຈີນ​​ໄດ້​ມີ​ເຖິງ 910,1 ຕື້​ຢວນ, ນະ​ໂຍບາຍ​ແລະ​ມາດ​ຕະການ​ເຫຼົ່າ​ນີ້​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ວິສາ​ຫະກິດ​ຕ່າງໆ​ໃຫ້​ສາ​ມາດ​ແກ້​​ໄຂ​ຄວາມ​ຫຍຸ້ງຍາກ​ໄດ້.


    ​​ນັບ​ແຕ່ໄຕ​ມາດ​ທີ 3 ​ເປັນ​ຕົ້ນ​ມາ, ​ໂດຍ​ແນ​ໃສ່​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ເກີດ​ຂຶ້ນ​ຈາກການ​​ເຄື່ອນ​ໄຫວເສດຖະກິດ ​ໂດຍ​ສະ​ເພາະ​ແມ່ນ​ຜົນ​​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ ກໍ່​ຄື​ວິ​ສາ​ຫະກິດ​ອຸດສາຫະກຳ​ການ​ຜະລິດ​​ທີ່​ເກີດ​ຈາກ​ລາຄາ​ສິນ​ຄ້າ​ລາຍ​ໃ​ຫຍ່​ຖີບ​ຕົວ​ສູງຂຶ້ນ ​ແລະ ຕົ້ນ​ທຶນ​ການ​ຜະລິດ​ສູ​ງຂຶ້ນ, ບົນ​ພື້ນຖານ​ນະ​ໂຍບາຍ​ຫຼຸດ​ອາ​ກອນ ​ແລະ ຄ່າ​​ທຳ​ນຽມ​ທີ່​ໄດ້​ປະກາດ​ໃຊ້​ໄປ​ແລ້ວ​ນັ້ນ ຈີນ​ໄດ້​ເພີ່ມ​ມາດ​ຕະການ​ທີ່​​ເລື່ອນ​ເວ​ລາ ແລະ ເກັບອາ​ກອນເປັນ​ແຕ່​ລະ​ໄລ​ຍະ​ສຳ​ລັບ​ວິ​ສາ​ຫະກິດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດຂະໜາດ​ກາງ ​ແລະ ນ້ອຍ ​ແລະ ມາດ​ຕະການ​ທີ່​ຫຼຸ​ດ ​ຍົກ​ເລີກ ​ແລະ ​ເລື່ອນ​ເວ​ລາເກັບ​​ອາ​ກອນ​ວິ​ສາ​ຫະກິດ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ ​ແລະ ວິ​ສາ​ຫະກິດ​ສະໜອງ​ພະລັງງານ​ຄວາມ​ຮ້ອນ ​ເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​​ໃຫ້​ກັບ​ວິ​ສາ​ຫະ​ກິດ​ທີ່​ມີ​ຕໍ່ຕະຫຼາດ.

ຄຳ​ເຫັນ

0