郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ລ້າຫ້າແສນ​ຫຼອດ​ໄດ້​ມອບ​ໃຫ້​ຊີ​ຣີ​ແລ້ວ

2021-11-15 11:02:23 cri

ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ລ້າຫ້າແສນ​ຫຼອດ​ໄດ້​ມອບ​ໃຫ້​ຊີ​ຣີ​ແລ້ວ_fororder_1664742154

ວັນ​ທີ14ພະ​ຈິກນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ,​ພິ​ທີ​ມອບ​ຮັບ​ວັກ​ຊີນ​ໂຄວິດ-19 ຫ້າແສນ​ຫຼອດທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ລ້າ​ໄດ້​ສົ່ງ​​ໄປ​ເຖິງຊີ​ຣີ ​ແລະໄດ້​ຈັດ​ພິ​ທີ​ມອບ​ຮັບຢູ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຊີ​ຣີ ໂດຍ​ມີ​ທ່ານ​​ຮັ​ສ​ຊັນ ກາ​ບາ​ສ ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຊີ​ຣີ ແລະ​ ທ່ານ​ເຟີງ​ປ່ຽວ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຊີ​ຣີ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວໃນ​ມື້​ດຽວ​ກັນ.

ທ່ານ​​ຮັ​ສຊັນ ກາ​ບາ​ສ ​ກ່າວ​ວ່າ: ຊີ​ຣີແລະຈີນ​ໄດ້​ເຊັນ​ສັນ​ຍາ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ຈຳນວນ5ແສນ​ຫຼອດ​,ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໝາກ​ຜົນ​ແຫ່ງ​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ເຟີງ​ປ່ຽວ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຊີ​ຣີກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່ໃຫ້​ການ​ຊ່ວຍ​ເຫຼືອ​ຊີ​ຣີ​ຕ້ານ​ກັບ​​ພະ​ຍາດ​ໂຄວິດ-19ເພື່ອໃຫ້​ຊີ​ຣີ​ຫຼຸດພົ້ນ​ຈາກ​ເງົາ​ມືດ​​ຂອງສະ​ພາບ​ພະ​ຍາດ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ນັບ​ແຕ່​ສະ​ພາບ​ພະ​ຍາດ​ໂຄວິດ-19​ແ​ຜ່ລະ​ບາດ​ເປັນ​ຕົ້ນ​ມາ,ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19​ແລະ​ວັດ​ຖຸ​ຕ້ານ​ພະ​ຍາດແກ່ຊີ​ຣີ​ຫຼາຍ​ເທື່ອ​. ຜູ້​ຊ່ຽວ​ຊານ​ການ​ແພດ​ຂອງ​ສອງ​ຊາດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ກ່ຽວ​ກັບ​ການ​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວພະ​ຍາດ​ໂຄວິດ-19​ ໂດນ​ຜ່າ​ນກອງ​ປະ​ຊຸມ​ໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ.

ຄຳ​ເຫັນ

0