郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພື່ອ​ຄວບ​ຄຸມມົນ​ລະ​ພິດ​ທາງ​ອາ​ກາດ,ນິວ​ແດນ​ລີ​ຈະ​ຍື່​ນ​ຄຳ​ຮ້ອງ​ຕໍ່ສານ​ສູງ​ສຸດ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ

2021-11-15 11:12:17 cri

图片默认标题_fororder_1363529954

​​ ວັນ​ທີ14ພະ​ຈິກນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ,​ຍ້ອນ​ວ່າ​ຢູ່​ນິວ​ແດນ​ລີ ​ເກີດ​ມີມົນ​ລະ​ພິດ​ທາງ​ອາ​ກາດ​ນັບ​ມື້​ນັບ​ຮ້າຍ​ແຮງ,ອົງ​ການ​ປົກ​ຄອງ​ນະ​ຄອນ​ນິວ​ແດນ​ລີ​ຈະ​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ສູງ​ສຸດ​ເພື່ອ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ. ຂະ​ນະ​ດຽວ​ກັນ,ພາກ​ສ່ວນ​ສິ່ງ​ແວດ​ລ້ອມ​ນິວ​ແດນ​ລີ​ໄດ້​ປະ​ກາດ​​ແຈ້ງ​ການ​ແລ້ວ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ໂຮງ​ຮຽນ ອົງ​ການ​ຈັດ​ຕັ້ງ ອົງ​ການ​ປົກ​ຄອງ​ນະ​ຄອນ ແລະ​ບໍ​ລິ​ສັດ​ເອ​ກະ​ຊົນ​ກະ​ກຽມຮັບ​ມື​ໃຫ້​ດີ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ກາ​ນ​ຄວບ​ຄຸມມົນ​ລະ​ພິດ​ທາງ​ອາ​ກາດ​ແບບສຸກ​ເສີນຢ່າງ​ມີ​ປະ​ສິດ​ທິ​ຜົນ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ15ພະ​ຈິກ​ນີ້​ເປັນ​ຕົ້ນໄປ. ເພື່ອ​ຫຼຸດ​ສະ​ພາບ​ມົນ​ລະ​ພິດ​ທາງ​ອາ​ກາດ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ,ນິວ​ແດນ​ລີ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວຕ້ານ​ການ​ຈູດ​ຂີ້​ເຫຍື້ອຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ ​ນັບ​ແຕ່​ວັນ​ທີ11ພະ​ຈິກ​ຫາ​ວັນ​ທີ11ທັນ​ວາ​ປີນີ້.

ນອກ​ນີ້,​​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າດ້ວຍ​ນ້ຳ​ມັນ​ກາ​ຊວນແລະ​ເຕົາ​ເຜົາ​ຖ່ານ​ຫີນ​ຢູ່​ນະ​ຄອນ​ນິວ​ແດນ​ລີ​ຈະ​ປິດ​ການ​ເຄື່ອນ​ໄຫວ; ຂະ​ນະ​ດຽວ​ກັນຈະ​ຍົກ​ຄ່າ​ຈອດ​ລົດ​ໃຫ້​ສູງ​ຂຶ້ນ​ເພື່ອ​ໃຫ້​ມີ​ການ​ໃຊ້​ລົດ​ໜ້ອຍ​ລົງ; ເພີ່ມ​ຖ້ຽວ​ລົດ​ໃຕ້​ດິນ​ແລະ​ຖ້ຽວ​ລົດ​ເມ, ລະ​ດົມ​ຊາວ​ເມືອງ​ໃຫ້​ຫັນ​ມາ​ໃຊ້​​​ພາ​ຫະ​ນະສາ​ທາ​ລະ​ນະໃນ​ການ​ອອກ​ເດີນ​ທາງ. ​ທົ່ວ​ນະ​ຄອນ​ນິວ​ແດນ​ລີໄດ້​ເພີ່ມ​ລົດ​​ຫົດ​ນ້ຳ400ຄັນ​ເພື່ອ​​ເຮັດ​ຄວາມສະ​ອາດ​ຕາມ​ຖະ​ໜົນ ແລະຫຼຸດ​ຝຸ່ນ​ລະ​ອອງ​ໃນ​ອາ​ກາດ​ໃຫ້​ໜ້ອຍ​ລົງ.

ຄຳ​ເຫັນ

0