吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ຮຽນ 100 ແຫ່ງ​ໃນ​ຟີ​ລິບ​ປິນ​ທົດ​ລອງ​ການ​ສິດ​ສອນ​ແບບເຊິ່ງ​ໜ້າ

2021-11-15 16:24:34 cri

 ໂຮງ​ຮຽນ 100 ແຫ່ງ​ໃນ​ຟີ​ລິບ​ປິນ​ທົດ​ລອງ​ການ​ສິດ​ສອນ​ແບບເຊິ່ງ​ໜ້າ_fororder_费1

ໂຮງ​ຮຽນ 100 ແຫ່ງ​ໃນ​ຟີ​ລິບ​ປິນ​ທົດ​ລອງ​ການ​ສິດ​ສອນ​ແບບເຊິ່ງ​ໜ້າ_fororder_费2

    ວັນ​ທີ 15 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຟີ​ລິບ​ປິນ​ມີ​ໂຮງ​ຮຽນ 100 ແຫ່ງ​ເລີ່ມ​ການ​ທົດ​ລອງ​ການ​ສິດ​ສອນ​ ແບບເຊິ່ງ​ໜ້າ. ໂຮງ​ຮຽນ 100 ແຫ່ງ​ນີ້​ລ້ວນ​ແຕ່​ຕັ້ງ​ຢູ່​ເຂດ​ມີ​ຄວາມ​ສ່ຽງ​ຕ່ຳ​ດ້ານການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພາຍ​ຫລັງ​​ເປີດ​ການຮຽນ​​ການ​ສອນແລ້ວ​ຍັງ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ທີ່​ລັດ​ຖະ​ບານ​ວາງ​ອອກ​ເຊັ່ນ​​ເຄີຍ.

    ນັບ​ແຕ່​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ, ໂຮງ​ຮຽນ​ຕ່າງໆ​ໃນ​ຟີ​ລິບ​ປິນ​ໄດ້​ປິດ​​ການຮຽນ​ການ​ສອນ​ມາ​ເປັນ​ເວ​ລາ 19 ເດືອນ​ແລ້ວ. ​ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ, ຫ້ອງ​ຮຽນ​ຕ່າງໆ​ຂອງໂຮງ​ຮຽນ​ທີ່​ທົດ​ລອງ​ການ​ສິດ​ສອນ​ໃນ​ຄັ້ງ​ນີ້​​ຈະ​ມີ​ນັກ​ຮຽນ12-15 ຄົນ,  ພະ​ນັກ​ງານ​ຄູ​ອາ​ຈານທັງ​ໝົດ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ສິດ​ສອນ​ຕ້ອງ​​ແມ່ນ​ຜູ້​ທີ່​ໄດ້ສັກ​ວັກ​ຊີນ​ແລ້ວ.

    ການ​ທົດ​ລອງ​ຄັ້ງ​ນີ້​​ຈະ​ສິ້ນ​ສຸ​ດ​ລົງ​ໃນວັນ​ທີ 22 ທັນ​ວາ​ທີ່​ຈະ​ມາ​ເຖິງ, ຖ້າ​ວ່າ​ສະ​ພາບ​ການ​ທົດ​ລອງ​ໄດ້​ຮັບ​ຜົນ​ດີ, ນັບ​ແຕ່​ວັນ​ທີ 3 ມີ​ນາ ປີ 2022 ເປັນ​ຕົ້ນ​ໄປ, ກໍ​ຈະ​ເພີ່ມ​ຈຳ​ນວນ​ໂຮງ​ຮຽນ​ທີ່​ທົດ​ລອງ​ການ​ສິດ​ສອນ​ແບບເຊິ່ງ​ໜ້າ​ຕື່ມ​ອີກ​.

 

ຄຳ​ເຫັນ

0